ແນວທາງປະຕິບັດສຳລັບຊຸມຊົນ



ຄຳນຳ

ອັບເດດລ້າສຸດ, ຕຸລາ 2022

ພາລະກິດຂອງຕິກຕັອກແມ່ນການສ້າງແຮງບັນດານໃຈໃຫ້ເກີດຄວາມຄິດສ້າງສັນ ແລະນຳເອົາຄວາມສຸກມາໃຫ້. ພວກເຮົາກຳລັງສ້າງຊຸມຊົນທົ່ວໂລກທີ່ຜູ້ຄົນສາມາດສ້າງແລະແຊ, ຄົ້ນພົບໂລກອ້ອມຕົວຂອງເຂົາເຈົ້າ ແລະເຊື່ອມຕໍ່ກັບຄົນອື່ນໃນທົ່ວໂລກ. ພວກເຮົາມຸ່ງໝັ້ນທີ່ຈະຮັກສາສະພາບແວດລ້ອມທີ່ເປັນການສະໜັບສະໜູນຊຸມຊົນທີ່ກຳລັງເຕີບໃຫຍ່ຂອງພວກເຮົາ. ແນວທາງປະຕິບັດສຳລັບຊຸມຊົນຂອງພວກເຮົາສ້າງຊຸດບັນທັດຖານ ແລະ ຫຼັກຈັນຍາບັນທົ່ວໄປທີ່ສະໜອງພື້ນທີ່ທີ່ປອດໄພ ແລະເປັນການຕ້ອນຮັບທຸກຄົນ.

ທີ່ຕິກຕັອກ ພວກເຮົາໃຫ້ຄວາມສຳຄັນກັບຄວາມປອດໄພ, ຄວາມຫຼາກຫຼາຍ, ການຍອມຮັບຄວາມແຕກຕ່າງ ແລະ ຄວາມແທ້ຈິງ. ພວກເຮົາຊຸກຍູ້ໃຫ້ຜູ້ສ້າງສັນລະເສີນສິ່ງທີ່ເຮັດໃຫ້ເຂົາເຈົ້າເປັນເອກະລັກ ແລະຊຸກຍູ້ໃຫ້ໃຫ້ຜູ້ຊົມໃຊ້ມີສ່ວນຮ່ວມໃນສິ່ງທີ່ສ້າງແຮງບັນດານໃຈໃຫ້ເຂົາເຈົ້າ; ພວກເຮົາເຊື່ອວ່າສະພາບແວດລ້ອມທີ່ປອດໄພຊ່ວຍໃຫ້ທຸກຄົນເຮັດແນວນັ້ນຢ່າງເປີດເຜີຍ. ພວກເຮົາໃຫ້ຄຸນຄ່າທີ່ຊຸມຊົນຂອງພວກເຮົາໄດ້ຮັບຄວາມນິຍົມໃນທົ່ວໂລກ ແລະພະຍາຍາມຄຳນຶງເຖິງຄວາມກວ້າງຂວາງຂອງບັນທັດຖານດ້ານວັດທະນະທຳທີ່ພວກເຮົາດຳເນີນການ. ພວກເຮົາຍັງມີຈຸດປະສົງໃນການປູກຝັງສະພາບແວດລ້ອມໃນການມີປະຕິສຳພັນທີ່ແທ້ຈິງ ໂດຍການຊຸກຍູ້ໃຫ້ມີເນື້ອຫາທີ່ແທ້ຈິງຢູ່ໃນຕິກຕັອກ.

ແນວທາງປະຕິບັດສຳລັບຊຸມຊົນຂອງພວກເຮົາສາມາດນຳໃຊ້ໄດ້ກັບທຸກຄົນແລະທຸກຢ່າງໃນຕິກຕັອກ. ພວກເຮົາບັງຄົບໃຊ້ແນວທາງປະຕິບັດເຫຼ່ານີ້ຢູ່ກ່ອນຢ່າງຈິງຈັງ ໂດຍນຳໃຊ້ການປະສົມທາງເຕັກໂນໂລຍີ ແລະການຮູ້ຈັກປະມານຄວາມພໍດີຂອງມະນຸດ ແລະມີຈຸດປະສົງເພື່ອເຮັດແນວນັ້ນກ່ອນທີ່ປະຊາຊົນຈະລາຍງານໃຫ້ພວກເຮົາຮູ້ກ່ຽວກັບເນຶ່້ອຫາທີ່ອາດຈະມີການລະເມີດ. ພວກເຮົາຍັງຊຸກຍູ້ໃຫ້ສະມາຊິກໃນຊຸມຊົນຂອງພວກເຮົານຳໃຊ້ ເຄື່ອງມືທີ່ສະເໜີໃຫ້ຢູ່ໃນຕິກຕັອກ ໃນການລາຍງານເນື້ອຫາ ຫຼືບັນຊີທີ່ເຂົາເຈົ້າເຊື່ອວ່າລະເມີດແນວທາງປະຕິບັດສຳລັບຊຸມຊົນຂອງພວກເຮົາ.

ພວກເຮົາຈະລົບເນື້ອຫາໃດໆ ລວມທັງວີດີໂອ, ສຽງ, ການຖ່າຍທອດສົດ, ຮູບພາບ, ຄຳຄິດເຫັນ, ລີ້ງ ຫຼື ຂໍ້ຄວາມອື່ນໆທີ່ລະເມີດແນວທາງປະຕິບັດສຳລັບຊຸມຊົນຂອງພວກເຮົາ. ບຸກຄົນຈະຖືກແຈ້ງເຕືອນກ່ຽວກັບການຕັດສິນໃຈຂອງພວກເຮົາ ແລະສາມາດອຸທອນການຕັດສິນໃຈ ຖ້າເຂົາເຈົ້າເຊື່ອວ່າບໍ່ມີການລະເມີດເກີດຂຶ້ນ. ພວກເຮົາຈະຫ້າມໃຊ້ບັນຊີຢ່າງຊົ່ວຄາວ ຫຼື ຖາວອນ ແລະ/ຫຼື ຫ້າມຜູ້ຊົມໃຊ້ທີ່ມີສ່ວນຮ່ວມໃນການລະເມີດຢ່າງຮ້າຍແຮງ ຫຼື ການລະເມີດຊ້ຳອີກໃນແພັດຟອມ; ພວກເຮົາອາດຈະພິຈາລະນາການດຳເນີນການໃນແພັດຟອມອື່ນ ແລະພຶດຕິກຳທີ່ບໍ່ປາກົດທາງອອນລາຍໃນການຕັດສິນໃຈເຫຼ່ານີ້. ສະຖານະການທີ່ກ່ຽວຂ້ອງກັບການຂົ່ມຂູ່ໃນຊີວິດຈິງທີ່ເປັນອັນຕະລາຍຕໍ່ຊີວິດມະນຸດທີ່ເປັນການສະເພາະເຈາະຈົງ, ເຊື່ອຖືໄດ້ ແລະໃກ້ຈະເກີດຂຶ້ນ ອາດຈະຖືກລາຍງານໃຫ້ກັບເຈົ້າໜ້າທີ່ບັງຄົບໃຊ້ກົດໝາຍກໍ່ໄດ້. ປະສົບການຕິກຕັອກທີ່ເຕັມຮູບແບບແມ່ນສຳລັບຄົນທີ່ມີອາຍຸ 13 ປີຂຶ້ນໄປ ແລະພວກເຮົາຈະລົບບັນຊີຂອງຄົນທີ່ພວກເຮົາສົງໄສວ່າມີອາຍຸຕ່ຳກວ່ານີ້ອອກຢ່າງແຂງຂັນ. (ໃນສະຫະລັດ ອາເມລິກາ ພວກເຮົາຜ່ອນຜັນໃຫ້ຄົນທີ່ມີອາຍຸຕ່ຳກວ່າ 13 ປີໃນຕິກຕັອກສຳລັບຜູ້ຊົມໃຊ້ທີ່ອາຍຸຍັງນ້ອຍ, ປະສົບການໃນການໃຊ້ແອັບທີ່ຈຳກັດໄດ້ຮັບການອອກແບບມາເພື່ອຜູ້ຊົມໃຊ້ເຫຼ່ານີ້ໂດຍສະເພາະ ພ້ອມກັບການປົກປ້ອງແລະການຄຸ້ມຄອງຄວາມເປັນສ່ວນຕົວເພີ່ມເຕີມ.)

ສູດການຄິດໄລ່ຂອງພວກເຮົາໄດ້ຮັບການອອກແບບມາດ້ວຍຄວາມນ່າເຊື່ອຖືແລະພິຈາລະນາດ້ານຄວາມປອດໄພ. ສຳລັບເນື້ອຫາບາງຢ່າງ  ພວກເຮົາອາດຈະຫຼຸດຜ່ອນຄວາມສາມາດໃນການຄົ້ນພົບ ລວມທັງການປ່ຽນເສັ້ນທາງຜົນການຄົ້ນຫາ ຫຼື ເຮັດໃຫ້ວີດີໂອບໍ່ສາມາດໄດ້ຮັບການແນະນຳໃນຟີດຟໍຍູ (For You). ທ່ານສາມາດຊອກຫາຂໍ້ມູນເພີ່ມເຕີມໄດ້ຢູ່ຂ້າງລຸ່ມນີ້ໃນພາກສ່ວນຟີດຟໍຍູທີ່ທ່ານບໍ່ມີສິດ (Ineligible for the For You).

ໃນຂະນະດຽວກັນ ພວກເຮົາຮັບຮູ້ວ່າເນື້ອຫາບາງຢ່າງທີ່ປົກກະຕິຈະຖືກລົບອອກຕາມແນວທາງປະຕິບັດສຳລັບຊຸມຊົນຂອງພວກເຮົາອາດຈະຢູ່ໃນຄວາມສົນໃຈຂອງສາທາລະນະຊົນ. ດັ່ງນັ້ນ ພວກເຮົາອາດຈະອະນຸຍາດໃຫ້ມີຂໍ້ຍົກເວັ້ນພາຍໃຕ້ສະຖານະການບາງຢ່າງທີ່ຈຳກັດ ເຊັ່ນ ກ່ຽວກັບການສຶກສາ, ສາລະຄະດີ, ວິທະຍາສາດ, ສິນລະປະ ຫຼື ເນື້ອຫາການເສຍສະຫຼະ, ເນື້ອຫາໃນນິຍາຍ ຫຼື ກ່ຽວກັບວິຊາການ, ການເວົ້າໂຕ້ແຍ້ງ ຫຼື ເນື້ອຫາທີ່ເຮັດໃຫ້ບຸກຄົນສາມາດສະແດງອອກໃນຫົວຂໍ້ທີ່ມີຄວາມສຳຄັນທາງສັງຄົມ. ເພື່ອຫຼຸດຜ່ອນຜົນກະທົບທາງລົບທາງສັງຄົມທີ່ອາດຈະເກີດຂຶ້ນຈາກເນື້ອຫາທີ່ີຮຸນແຮງ ພວກເຮົາອາດຈະລວມເອົາມາດຕະການດ້ານຄວາມປອດໄພ ເຊັ່ນ ໜ້າຈໍ “ເລືອກເຂົ້າຮ່ວມ” ຫຼື ຄຳເຕືອນໄວ້ໃນຄັ້ງທຳອິດ.

ໃນການປຶກສາຫາລຶກັບຜູ້ມີສ່ວນໄດ້ສ່ວນເສຍທີ່ກ່ຽວຂ້ອງ, ພວກເຮົາຈະອັບເດດແນວທາງປະຕິບັດສຳລັບຊຸມຊົນຂອງພວກເຮົາເປັນຄັ້ງຄາວ ເພື່ອພັດທະນາຄວບຄູ່ໄປກັບພຶດຕິກຳແລະຄວາມສ່ຽງໃໝ່ໆ ເຊິ່ງເປັນສ່ວນໜຶ່ງຂອງຄວາມມຸ່ງໝັ້ນຂອງພວກເຮົາທີ່ຈະຮັກສາຕິກຕັອກໃຫ້ເປັນພື້ນທີ່ທີ່ປອດໄພສຳລັບຄວາມຄິດສ້າງສັນແລະຄວາມສຸກ.


ຄວາມປອດໄພຂອງເຍົາວະຊົນ

ພວກເຮົາມີຄວາມມຸ່ງໝັ້ນຢ່າງເລິກເຊິ່ງໃນການປົກປ້ອງຄວາມປອດໄພຂອງເຍົາວະຊົນໃນແພັດຟອມຂອງພວກເຮົາ. ຕິກຕັອກໃຫ້ຄວາມໝາຍຂອງເຍົາວະຊົນວ່າເປັນບຸກຄົນທີ່ມີອາຍຸຕ່ຳກວ່າ 18 ປີ. ພວກເຮົາຫ້າມກິດຈະກຳທີ່ເຮັດໃຫ້ເກີດການລ່ວງລະເມີດ, ອັນຕະລາຍ, ກໍ່ໃຫ້ເກີດອັນຕະລາຍ ຫຼື ການຫາປະໂຫຍດຈາກເຍົາວະຊົນໃນຕິກຕັອກ. ເນື້ອຫາໃດໆ  ລວມທັງພາບເຄື່ອນໄຫວ ຫຼືສື່ທີ່ສ້າງຂຶ້ນແບບດິຈິຕອນ ຫຼື ສື່ທີ່ປ່ຽນແປງຕາມຄວາມພໍໃຈຂອງຜູ້ສ້າງ ທີ່ບັນຍາຍເຖິງການລະເມີດ, ການຫາປະໂຫຍດ ຫຼືກໍ່ໃຫ້ເກີດອັນຕະລາຍຕໍ່ຜູ້ເຍົາແມ່ນການລະເມີດໃນແພັດຟອມຂອງພວກເຮົາ ແລະຈະຖືກລົບອອກເມື່ອກວດພົບ. ພວກເຮົາຈະລາຍງານກ່ຽວກັບສື່ທີ່ລ່ວງລະເມີດທາງເພດເດັກ (CSAM) ແລະ ຫຼັກຖານທີ່ຢັ້ງຢືນການລ່ວງລະເມີດນັ້ນໃຫ້ແກ່ສູນຊ່ວຍເຫຼືອເດັກນ້ອຍທີ່ສູນຫາຍ ຫຼື ຖືກຫາປະໂຫຍດແຫ່ງຊາດ (National Center for Missing & Exploited Children ຫຼື NCMEC) ແລະ ໃຫ້ແກ່ໜ່ວຍງານດ້ານກົດໝາຍໃດໆທີ່ກ່ຽວຂ້ອງ.

ຜູ້ຊົມໃຊ້ຂອງພວກເຮົາຕ້ອງມີຄຸນສົມບັດຕາມອາຍຸຂັ້ນຕ່ຳທີ່ກຳນົດໃນການໃຊ້ຕິກຕັອກ ຕາມທີ່ລະບຸໄວ້ໃນ ຂໍ້ກຳນົດໃນການໃຫ້ບໍລິການ ຂອງພວກເຮົາ. ເມື່ອພົບວ່າມີບັນຊີຂອງບຸກຄົນທີ່ອາຍຸຕ່ຳກວ່າທີ່ກຳນົດ, ພວກເຮົາຈະລົບບັນຊີນັ້ນອອກ. ເນື່ອງຈາກແພັດຟອມຂອງພວກເຮົາໄດ້ຮັບການອອກແບບດ້ວຍການພິຈາລະນາເຖິງຄວາມປອດໄພຂອງຜູ້ເຍົາວະຊົນ, ຄຸນລັກສະນະບາງຢ່າງຂອງພວກເຮົາແມ່ນການຖືກຈຳກັດດ້ານອາຍຸ. ເຈົ້າຂອງບັນຊີທີ່ມີອາຍຸຕ່ຳກວ່າ 16 ປີ ບໍ່ສາມາດໃຊ້ການສົ່ງຂໍ້ຄວາມໂດຍກົງໄດ້ ແລະ ເນື້ອຫາຂອງເຂົາເຈົ້າບໍ່ມີສິດທີ່ຈະປາກົດຢູ່ໃນຟີດສຳລັບທ່ານ. ເຈົ້າຂອງບັນຊີຕ້ອງມີອາຍຸຢ່າງໜ້ອຍ 18 ປີ ເພື່ອເປັນເຈົ້າພາບການຖ່າຍທອດສົດ ຫຼື ໃຊ້ຄຸນສົມບັດຂອງຂວັນສະເໝືອນຈິງຂອງພວກເຮົາ.

ການຫາປະໂຫຍດທາງເພດຈາກເຍົາວະຊົນ

ຕິກຕັອກຈະດຳເນີນການຕໍ່ກັບເນື້ອຫາ ຫຼື ບັນຊີໃດໆ ທີ່ກ່ຽວຂ້ອງກັບ CSAM ຫຼື ການຫາປະໂຫຍດທາງເພດຈາກເຍົາວະຊົນ. ການຫາປະໂຫຍດຈາກເຍົາວະຊົນລວມເຖິງການໃຊ້ຕຳແໜ່ງທີ່ມີອຳນາດໃນທາງທີ່ຜິດ ຫຼື ໃຊ້ຄວາມໄວ້ວາງໃຈເພື່ອຈຸດປະສົງທາງເພດ ລວມທັງການຫາກຳໄລທາງດ້ານການເງິນ, ທາງສັງຄົມ, ທາງເພດ ຫຼື ທາງການເມືອງຈາກການຫາປະໂຫຍດຈາກເຍົາວະຊົນ. CSAM ໝາຍຄວາມວ່າການບັນຍາຍໃຫ້ເຫັນດ້ວຍພາບ ທີ່ສະແດງໃຫ້ເຫັນການໂປ້ເປືອຍ ຫຼື ພຶດຕິກຳທາງເພດຢ່າງຈະແຈ້ງຂອງເຍົາວະຊົນ ບໍ່ວ່າຈະເປັນການຖ່າຍພາບໂດຍຜູ້ກະທຳຜິດທີ່ເປັນຜູ້ໃຫຍ່, ໝູ່ເພື່ອນ ຫຼື ໂດຍເຍົາວະຊົນເອງ. 

ຫ້າມໂພສ, ອັບໂຫຼດ, ດາວໂຫຼດ, ຖ່າຍທອດສົດ ຫຼື ແຊ:

  • ເນື້ອຫາທີ່ແຊ, ແຊຊ້ຳ, ສະເໜີຊື້ຫຼືຂາຍ ຫຼືຊີ້ບອກໃຫ້ຜູ້ຊົມໃຊ້ນອກແພັດຟອມໄດ້ຮັບຫຼືແຈກຢາຍ CSAM
  • ເນື້ອຫາທີ່ມີສ່ວນຮ່ວມກັບຜູ້ເຍົາກ່ຽວກັບທາງເພດ  ຫຼື ມີເພດສຳພັນກັບຜູ້ເຍົາ (ເຊັ່ນ ຜ່ານຄຸນລັກສະນະຂອງຜະລິດຕະພັນ ເຊັ່ນ ການດູເອັດ)
  • ເນື້ອຫາທີ່ບັນຍາຍໃຫ້ເຫັນ, ຊັກຊວນ, ເຊີດຊູ ຫຼື ສົ່ງເສີມຮູບພາບການລ່ວງລະເມີດຜູ້ເຍົາ ລວມທັງພາບໂປ້ເປືອຍ, ກ່ຽວຂ້ອງທາງເພດກັບຜູ້ເຍົາ ຫຼື ມີກິດຈະກຳທາງເພດກັບຜູ້ເຍົາ
  • ເນື້ອຫາທີ່ບັນຍາຍໃຫ້ເຫັນ, ສົ່ງເສີມ, ເຮັດໃຫ້ເຫັນວ່າເປັນເລື່ອງປົກກະຕິ ຫຼື ເຊີດຊູການມັກມີເພດສຳພັນກັບເດັກ ຫຼື ການກະທຳຮຸນແຮງທາງເພດຕໍ່ຜູ້ເຍົາ
  • ເນື້ອຫາທີ່ເຮັດໃຫ້ຜູ້ຖືກເຄາະຮ້າຍຖືກກະທຳຊ້ຳ ຫຼື ໄດ້ຮັບປະໂຫຍດຈາກຜູ້ຖືກເຄາະຮ້າຍທີ່ເປັນຜູ້ເຍົາທີ່ຖືກກະທຳໂດຍບຸກຄົນທີ່ສາມທີ່ແຊຊ້ຳ ຫຼື ສ້າງເຮື່ອງຄືນໃໝ່ຈາກການທຳຮ້າຍຫຼືການຮັບສາລະພາບຜິດ 

ພຶດຕິກຳກຮູມມີ້ງ

ພຶດຕິກຳ Grooming ແມ່ນພຶດຕິກຳທີ່ຜູ້ໃຫຍ່ສ້າງຄວາມສຳພັນດ້ານອາລົມກັບຜູ້ເຍົາ ເພື່ອໃຫ້ໄດ້ຮັບຄວາມໄວ້ວາງໃຈຈາກເດັກ ໂດຍມີຈຸດປະສົງເພື່ອການຕິດຕໍ່ສຳພັນທາງເພດໃນອະນາຄົດແລະຕໍ່ເນື່ອງ, ການລະເມີດທາງເພດ, ການຄ້າມະນຸດທາງເພດ ຫຼືການຫາປະໂຫຍດອື່ນໆ. ພຶດຕິກຳເຫຼ່ານີ້ອາດລວມເຖິງ ການຍ້ອງຍໍ ການຮ້ອງຂໍໃຫ້ມີການຕິດຕໍ່ສຳພັນໃນຫຼືນອກແພັດຟອມ ການຮ້ອງຂໍຂໍ້ມູນສ່ວນຕົວ ການຂໍສື່ລາມົກທີ່ເປັນການລະເມີດທາງເພດເດັກ ການຂໍມີເພດສຳພັນ ຫຼືການສະແດງຄຳຄິດເຫັນ ແລະການໃຫ້ຂອງຂວັນ.

ຫ້າມໂພສ, ອັບໂຫຼດ, ດາວໂຫຼດ, ຖ່າຍທອດສົດ ຫຼື ແຊ:

  • ການລ່ວງເກີນທີ່ເປັນການ Grooming
  • ເນື້ອຫາທີ່ບັນຍາຍໃຫ້ເຫັນ, ສົ່ງເສີມ, ເຮັດໃຫ້ເຫັນວ່າເປັນເລື່ອງປົກກະຕິ ຫຼືເຊີດຊູພຶດຕິກຳ grooming
  • ເນື້ອຫາທີ່ຊັກຈູງໃຫ້ມີການຕິດຕໍ່ໃນໂລກຄວາມເປັນຈິງລະຫວ່າງຜູ້ເຍົາແລະຜູ້ໃຫຍ່ ຫຼືລະຫວ່າງຜູ້ເຍົາທີ່ີມີອາຍຸຕ່າງກັນຢ່າງຫຼວງຫຼາຍ
  • ເນື້ອຫາທີ່ສະແດງ ຫຼື ສະເໜີພາບລາມົກໃກ້ແກ່ຜູ້ເຍົາ
  • ເນື້ອຫາທີ່ຊັກຊວນໃຫ້ຜູ້ເຍົາຕິດຕໍ່ກັບຜູ້ໃຫຍ່ໃນແພັດຟອມ, ເວັບໄຊ ຫຼື ພື້ນທີ່ດິຈິຕອນອື່ນ
  • ການຂໍເອົາເນື້ອຫາທີ່ເປັນຮູບພາບໂປ້ເປືອຍ ຫຼືການຕິດຕໍ່ສຳພັນທາງເພດ ຜ່ານການແບັກເມ ຫຼື ການຂົ່ມຂູ່ວິທີອື່ນ 

ການໂປ້ເປືອຍ ແລະກິດຈະກຳທາງເພດທີ່ຜູ້ເຍົາມີສ່ວນຮ່ວມ

ການໂປ້ເປືອຍ ແລະກິດຈະກຳທາງເພດທີ່ຜູ້ເຍົາມີສ່ວນຮ່ວມ ລວມເຖິງທັງເນື້ອຫາທີ່ເປີດເຜີຍເຕົ້ານົມ, ອະໄວຍະວະເພດ, ຮູທະວານ, ຫຼື ກົ້ນຫຼາຍເກີນໄປ ຫຼືພຶດຕິກຳຮຽນແບບ, ບົ່ງບອກ, ຫຼື ສະແດງການຮ່ວມເພດທີ່ຜູ້ເຍົາມີສ່ວນຮ່ວມ. ພວກເຮົາບໍ່ອະນຸຍາດໃຫ້ມີການບັນຍາຍເນື້ອຫາ ລວມທັງເນື້ອຫາທີ່ສ້າງດ້ວຍລະບົບດິຈິຕອນ ຫຼື ເນື້ອຫາທີ່ປ່ຽນແປງຕາມໃຈຜູ້ສ້າງ ທີ່ມີການໂປ້ເປືອຍ ແລະກິດຈະກຳທາງເພດ.

ຫ້າມໂພສ, ອັບໂຫຼດ, ດາວໂຫຼດ, ຖ່າຍທອດສົດ ຫຼື ແຊ:

  • ເນື້ອຫາທີ່ບັນຍາຍໃຫ້ເຫັນ ຫຼື ບົ່ງບອກເຖິງກິດຈະກຳທາງເພດຂອງຜູ້ເຍົາ ລວມທັງແບບມີການສອດໃສ່ແລະບໍ່ສອດໃສ່ອະໄວຍະວະເພດ, ການຮ່ວມເພດທາງປາກ ຫຼື ການຈູບແບບດູດດື່ມ
  • ເນື້ອຫາທີ່ບັນຍາຍໃຫ້ເຫັນການປຸກອາລົມ ຫຼື ການກະຕຸ້ນທາງເພດທີ່ຜູ້ເຍົາມີສ່ວນຮ່ວມ
  • ເນື້ອຫາທີ່ບັນຍາຍໃຫ້ເຫັນພຶດຕິກຳທາງເພດທີ່ຜິດປົກກະຕິທີ່ຜູ້ເຍົາມີສ່ວນຮ່ວມ
  • ເນື້ອຫາທີ່ບັນຍາຍໃຫ້ເຫັນອະໄວຍະວະເພດ, ກົ້ນ, ຫົວໜ່າວ, ຫຼື ຫົວນົມເດັກຍິງ
  • ເນື້ອຫາທີ່ມີພາສາທາງເພດທີ່ບັນຍາຍ ຫຼື ອະທິບາຍກ່ຽວກັບຜູ້ເຍົາຢ່າງຈະແຈ້ງ
  • ເນື້ອຫາທີ່ບັນຍາຍໃຫ້ເຫັນຜູ້ເຍົາທີ່ມີເນື້ອເພງທີ່ມີລັກສະນະທາງເພດຢ່າງຈະແຈ້ງ
  • ເນື້ອຫາທີ່ມີການເຕັ້ນຂອງຜູ້ເຍົາມຸ່ງເນັ້ນທາງເພດຢ່າງຈະແຈ້ງ ລວມທັງການໂຍກຍ້າຍຕະໂພກ, ການສັ່ນເຕົ້ານົມ, ການເດົ້າ, ຫຼືການລູບເປົ້າຫຼືເຕົ້ານົມຂອງຕົວເອງ ຫຼືຂອງຄົນອື່ນ
  • ເນື້ອຫາທີ່ບັນຍາຍໃຫ້ເຫັນຜູ້ເຍົາກຳລັງແກ້ເຄື່ອງ
  • ເນື້ອຫາທີ່ບັນຍາຍໃຫ້ເຫັນຜູ້ເຍົານຸ່ງເຄື່ອງນ້ອຍ ທີ່ສະຖານະການບໍ່ກ່ຽວຂ້ອງເໝາະສົມກັບສະຖານທີ່
  • ຄຳຄິດເຫັນທາງເພດ, ອີໂມຈິ, ຂໍ້ຄວາມ, ຫຼືພາບກາຟິກອື່ນໆທີ່ໃຊ້ເພື່ອປົກປິດ ຫຼືສະແດງເຖິງການໂປ້ເປືອຍ ຫຼື ກິດຈະກຳທາງເພດຂອງຜູ້ເຍົາ

ກິດຈະກຳທີ່ເປັນອັນຕະລາຍທີ່ເຮັດໂດຍຜູ້ເຍົາ

ກິດຈະກຳທີ່ເປັນອັນຕະລາຍທີ່ເຮັດໂດຍຜູ້ເຍົາລວມເຖິງການຄອບຄອງ ຫຼື ການບໍລິໂພກສານທີ່ຕ້ອງຫ້າມສຳລັບຜູ້ເຍົາ, ການໃຊ້ສານທີ່ຖືກກົດໝາຍໃນທາງທີ່ຜິດ, ການມີສ່ວນຮ່ວມໃນກິດຈະກຳທີ່ຜິດກົດໝາຍ ແລະການເຂົ້າຮ່ວມໃນກິດຈະກຳ, ການທ້າທາຍທາງກາຍະພາບ, ຫຼືການທ້າໃຫ້ເຮັດທີ່ອາດຈະເປັນອັນຕະລາຍຕໍ່ສະຫວັດດີການຂອງຜູ້ເຍົາ. ພວກເຮົາຈະລົບເນື້ອຫາດັ່ງກ່າວອອກຈາກແພັດຟອມຂອງພວກເຮົາ.

ຫ້າມໂພສ, ອັບໂຫຼດ, ດາວໂຫຼດ, ຖ່າຍທອດສົດ ຫຼື ແຊ:

  • ເນື້ອຫາທີ່ແນະນຳ, ບັນຍາຍ, ຮຽນແບບ ຫຼື ສົ່ງເສີມການຄອບຄອງ ຫຼື ການບໍລີໂພກເຄື່ອງດື່ມແອກໍຮໍ, ໃຊ້ຢາສູບ ຫຼື ຢາເສບຕິດໂດຍຜູ້ເຍົາ
  • ເນື້ອຫາທີ່ສະເໜີໃຫ້ຄຳແນະນຳເພື່ອແນໃສ່ຜູ້ເຍົາກ່ຽວກັບວິທີຊື້, ຂາຍ ຫຼືແລກປ່ຽນແອກໍຮໍ, ຢາສູບ ຫຼື ສານເສບຕິດທີ່ຕ້ອງຄວບຄຸມ
  • ເນື້ອຫາທີ່ບັນຍາຍ ຫຼື ສົ່ງເສີມກິດຈະກຳທີ່ອາດຈະເປັນອັນຕະລາຍຕໍ່ສະຫວັດດີການຂອງຜູ້ເຍົາ ລວມທັງການທ້າທາຍທາງກາຍະພາບ, ການທ້າໃຫ້ເຮັດ ຫຼື ການສະແດງໂລດໂຜນ

ອັນຕະລາຍຕໍ່ທາງກາຍແລະທາງຈິດໃຈຂອງຜູ້ເຍົາ

ພຶດຕິກຳທີ່ເຮັດໃຫ້ຜູ້ເຍົາຕົກຢູ່ໃນຄວາມສ່ຽງທີ່ຈະເກີດອັນຕະລາຍຕໍ່ທາງກາຍແລະທາງຈິດໃຈລວມເຖິງການລ່ວງລະເມີດທາງຮ່າງກາຍ, ການລະເລີຍ, ການເຮັດໃຫ້ເດັກຕົກຢູ່ໃນອັນຕະລາຍ ແລະ ການດູຖູກທາງດ້ານຈິດໃຈ. ພວກເຮົາຈະລົບເນື້ອຫາດັ່ງກ່າວອອກຈາກແພັດຟອມຂອງພວກເຮົາ.

ຫ້າມໂພສ, ອັບໂຫຼດ, ດາວໂຫຼດ, ຖ່າຍທອດສົດ ຫຼື ແຊ:

  • ເນື້ອຫາທີ່ບັນຍາຍໃຫ້ເຫັນ ຫຼື ສົ່ງເສີມການລ່ວງລະເມີດທາງດ້ານຮ່າງກາຍ, ການລະເລີຍ, ການເຮັດໃຫ້ເກີດອັນຕະລາຍ ຫຼື ການດູຖູກທາງດ້ານຈິດໃຈ

ອາດຊະຍາກຳຕໍ່ເດັກ

ພວກເຮົາບໍ່ອະນຸຍາດໃຫ້ຜູ້ຊົມໃຊ້ທີ່ເຄີຍຖືກຕັດສິນໂທດຂໍ້ຫາອາດຊະຍາກຳຕໍ່ເດັກມີບັນຊີຢູ່ໃນແພັດຟອມຂອງພວກເຮົາ. ອາດຊະຍາກຳເຫຼ່ານີ້ລວມເຖິງ: ການລ່ວງລະເມີດທາງເພດ, ການຂົ່ມເຫງ, ການຄາດຕະກຳ, ການລ່ວງລະເມີດທາງດ້ານຮ່າງກາຍ ຫຼື ການລະເລີຍ, ການລັກພາຕົວ, ການລັກພາຕົວຂ້າມປະເທດໂດຍພໍ່ຫຼືແມ່, ການຄ້າມະນຸດ, ການຫາປະໂຫຍດຈາກຜູ້ເຍົາເພື່ອການຄ້າປະເວນີ, ການຖ່າຍທອດສົດອອນລາຍທີ່ເປັນການການລ່ວງລະເມີດທາງເພດຕໍ່ຜູ້ເຍົາ, ການຫາປະໂຫຍດຈາກຜູ້ເຍົາໃນບໍລິບົດຂອງການເດີນທາງແລະການທ່ອງທ່ຽວ, ຄວາມພະຍາຍາມໃນການໄດ້ຮັບ ຫຼື ແຈກຢາຍ CSAM, ແລະການຜະລິດ, ການຄອບຄອງ ຫຼື ການແຈກຢາຍ CSAM. ຖ້າພວກເຮົາຄົນພບວ່າມີຜູ້ຊົມໃຊ້ດັ່ງກ່າວ, ພວກເຮົາຈະຫ້າມໃຊ້ບັນຊີ. ຂໍ້ມູນໃດໆທີ່ຜູ້ຊົມໃຊ້ເປີດເຜີຍດ້ວຍຕົນເອງວ່າເຈົ້າຂອງບັນຊີເປັນຜູ້ລ່ວງລະເມີດທາງເພດຕໍ່ເດັກ ຫຼື ເປັນຜູ້ກະທຳຜິດທາງເພດທີ່ເປັນຜູ້ເຍົາ ເຮົາຈະເຊື່ອຖືແລະນຳໃຊ້ຂໍ້ມູນນັ້ນ ແລະບັນຊີນັ້ນຈະຖືກລົບ.

 

ການກະທຳທີ່ເປັນອັນຕະລາຍ ແລະການທ້າທາຍ

ພວກເຮົາບໍ່ອະນຸຍາດໃຫ້ຜູ້ຊົມໃຊ້ແຊເນື້ອຫາທີ່ບັນຍາຍ, ສົ່ງເສີມ, ເຮັດໃຫ້ເຫັນວ່າເປັນເລື່ອງປົກກະຕິ ຫຼືເຊີດຊູການກະທຳທີ່ເປັນອັນຕະລາຍ ທີ່ອາດຈະເຮັດໃຫ້ບາດເຈັບສາຫັດ ຫຼືເສຍຊີວິດ. ພວກເຮົາຍັງບໍ່ອະນຸຍາດໃຫ້ມີເນື້ອຫາທີ່ສົ່ງເສີມ ຫຼືຮັບຮອງການມີສ່ວນຮ່ວມຂອງກຸ່ມຄົນໃນການເຮັດກິດຈະກຳທີ່ເປັນອັນຕະລາຍ ຫຼື ເປັນໂທດທີ່ລະເມີດລັກສະນະໃດໜຶ່ງ ຂອງແນວທາງປະຕິບັດສຳລັບຊຸມຊົນຂອງພວກເຮົາ.

ພວກເຮົາໃຫ້ຄວາມໝາຍຂອງການກະທຳທີ່ເປັນອັນຕະລາຍ ຫຼື ພຶດຕິກຳອື່ນທີ່ເປັນອັນຕະລາຍວ່າເປັນກິດຈະກຳທີ່ກະທຳໃນບໍລິບົດທີ່ບໍ່ເປັນມືອາຊີບ ຫຼື ບໍ່ມີທັກສະທີ່ຈຳເປັນແລະບໍ່ມີການລະມັດລະວັງຄວາມປອດໄພ ທີ່ອາດຈະນຳໄສູ່ການບາດເຈັບສາຫັດ ຫຼື ການເສຍຊີວິດຂອງຜູ້ຊົມໃຊ້ຫຼືຂອງສາທາລະນະຊົນ. ການກະທຳນີ້ລວມເຖິງການສະແດງໂລດໂຜນຂອງມືສະໝັກຫຼິ້ນ ຫຼື ການທ້າທາຍທີ່ເປັນອັນຕະລາຍ.

ຫ້າມໂພສ, ອັບໂຫຼດ, ດາວໂຫຼດ, ຖ່າຍທອດສົດ ຫຼື ແຊ:

  • ເນື້ອຫາທີ່ສະແດງໃຫ້ເຫັນການນຳໃຊ້ເຄື່ອງມືຫຼືວັດຖຸທີ່ເປັນອັນຕະລາຍທີ່ອາດຈະບໍ່ເໝາະສົມ
  • ເນື້ອຫາທີ່ບັນຍາຍໃຫ້ເຫັນພຶດຕິກຳການຂັບລົດທີ່ເປັນອັນຕະລາຍ
  • ເນື້ອຫາທີ່ບັນຍາຍໃຫ້ເຫັນ ຫຼື ສົ່ງເສີມການກິນສານທີ່ບໍ່ມີຈຸດປະສົງເພື່ອການບໍລິໂພກ ແລະອາດຈະເຮັດໃຫ້ເກີດອັນຕະລາຍຢ່າງຮ້າຍແຮງ
  • ເນື້ອຫາທີ່ອະທິບາຍ ຫຼື ໃຫ້ລາຍລະອຽດຄຳແນະນຳກ່ຽວກັບວິທີການເຮັດກິດຈະກຳທີ່ເປັນອັນຕະລາຍ
  • ເກມທີ່ເປັນອັນຕະລາຍ, ການທ້າໃຫ້ເຮັດ, ການທ້າທາຍ ຫຼື ການສະແດງໂລດໂຜນທີ່ອາດຈະນຳໄປສູ່ການບາດເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນ

  

ການຂ້າຕົວຕາຍ, ການທຳຮ້າຍຕົນເອງ ແລະການກິນອາຫານທີ່ຜິດປົກກະຕິ

ພວກເຮົາເອົາໃຈໃສ່ຢ່າງເລິກເຊິ່ງກ່ຽວກັບສຸຂະພາບ ແລະ ສະຫວັດດີການຂອງບັນດາສະມາຊິກໃນຊຸມຊົນຂອງພວກເຮົາ. ພວກເຮົາບໍ່ອະນຸຍາດໃຫ້ມີເນື້ອຫາທີ່ບັນຍາຍ, ສົ່ງເສີມ, ເຮັດໃຫ້ເຫັນວ່າເປັນເລື່ອງປົກກະຕິ ຫຼືເຊີດຊູກິດຈະກຳທີ່ອາດຈະນຳໄປສູ່ການຂ້າຕົວຕາຍ, ການທຳຮ້າຍຕົນເອງ ແລະຄວາມຜິດປົກກະຕິໃນການກິນ. ເຖິງຢ່າງໃດກໍ່ຕາມ ພວກເຮົາສະໜັບສະໜູນສະມາຊິກໃນຊຸມຊົນຂອງພວກເຮົາທີ່ແຊປະສົບການສ່ວນຕົວຂອງເຂົາເຈົ້າໃນເລື່ອງເຫຼ່ານີ້ດ້ວຍວິທີທີ່ປອດໄພ ເພື່ອປູກຈິດສຳນຶກ ແລະຊອກຫາຄວາມຊ່ວຍເຫຼືອຈາກຊຸມຊົນ. ພວກເຮົາຍັງຊຸກຍູ້ໃຫ້ບຸກຄົນທີ່ປະສົບກັບຄວາມຄິດຢາກຂ້າຕົວຕາຍ ຫຼື ທຳຮ້າຍຕົນເອງ ຫຼື ຜູ້ທີ່ຮູ້ວ່າຜູ້ໃດຜູ້ໜຶ່ງກຳລັງຄິດຢ່າງຈິງຈັງວ່າຈະຂ້າຕົວຕາຍ ໃຫ້ຕິດຕໍ່ຫາໜ່ວຍບໍລິການສຸກເສິນໃນທ້ອງຖິ່ນ ຫຼື ສາຍດ່ວນ  ປ້ອງກັນການຂ້າຕົວຕາຍທັນທີ. ໃນກໍລະນີທີ່ການແຊກແຊງຂອງພວກເຮົາສາມາດຊ່ວຍເຫຼືອຜູ້ຊົມໃຊ້ທີ່ອາດຈະມີຄວາມສຮຽງຕໍ່ການທຳຮ້າຍຕົນເອງ ທາງຕິກຕັອກອາດຈະແຈ້ງໃຫ້ໜ່ວຍບໍລິການສຸກເສີນໃນທ້ອງຖິ່ນຮູ້ກໍ່ໄດ້.  

ການຂ້າຕົວຕາຍ ແລະ ການທຳຮ້າຍຕົນເອງ 

ພວກເຮົາຈະລົບເນື້ອຫາທີ່ບັນຍາຍໃຫ້ເຫັນການຂ້າຕົວຕາຍ, ເນື້ອຫາທີ່ກ່ຽວຂ້ອງກັບແນວຄວາມຄິດການຂ້າຕົວຕາຍ ຫຼື ເນື້ອຫາທີ່ອາດຈະຊຸກຍູ້ໃຫ້ຂ້າຕົວຕາຍ ຫຼື ມີພຶດຕິກຳທຳຮ້າຍຕົນເອງ. ພວກເຮົາຈະລົບເນື້ອຫາທີ່ບັນຍາຍເຖິງການພະຍາຍາມໃນການຂ້າຕົວຕາຍ ຫຼື ພຶດຕິກຳທີ່ອາດຈະເຮັດໃຫ້ຕົນເອງເສຍຊີວິດດ້ວຍເຊັ່ນກັນ. ພວກເຮົາບໍ່ອະນຸຍາດໃຫ້ມີເນື້້ອຫາທຸກຮູບແບບທີ່ສົ່ງເສີມ, ເຮັດໃຫ້ເຫັນວ່າເປັນເລື່ອງປົກກະຕິ ຫຼື ເຊີດຊູກິດການຂ້າຕົວຕາຍ, ໃຫ້ຄຳແນະນຳໃນການຂ້າຕົວຕາຍ, ຫຼື ໂພສຕ່າງໆທີ່ສະແດງເຖິງການຂ້າຕົວຕາຍວ່າເປັນວີລະຊົນຫຼືເປັນກຽດ. ສະຖານະການທີ່ກ່ຽວຂ້ອງກັບການຂົ່ມຂູ່ວ່າຈະເຮັດໃຫ້ເກີດອັນຕະລາຍໃນຊີວິດຈິງຕໍ່ຊີວິດມະນຸດທີ່ເຈາະຈົງ, ເຊື່ອຖືໄດ້, ແລະໃກ້ຈະເກີດຂຶ້ນອາດຈະຖືກລາຍງານໃຫ້ແກ່ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍກໍ່ໄດ້.

ບໍ່ອະນຸຍາດໃຫ້ມີເນື້ອຫາທີ່ຊຸກຍູ້ ຫຼື ສົ່ງເສີມການຫຼອກລວງວ່າຈະຂ້າຕົວຕາຍຫຼືທຳຮ້າຍຕົນເອງ. ເນື້ອຫານີ້ລວມເຖິງການເຕືອນໄພທີ່ເປັນຕາຢ້ານ ທີ່ອາດຈະເຮັດໃຫ້ເກີດຄວາມຕື່ນຕົກໃຈ ແລະອັນຕະລາຍທີ່ແຜ່ລາມອອກໄປ. ພວກເຮົາຈະລົບການເຕືອນໄພດັ່ງກ່າວອອກ ໃນຂະນະທີ່ອະນຸຍາດໃຫ້ມີເນື້ອຫາທີ່ຊອກຫາການກຳຈັດຄວາມຕື່ນຕົກໃຈ ແລະສົ່ງເສີມຂໍ້ມູນທີ່ຖືກຕ້ອງກ່ຽວກັບການຫຼອກລວງດັ່ງກ່າວ.

ຫ້າມໂພສ, ອັບໂຫຼດ, ດາວໂຫຼດ, ຖ່າຍທອດສົດ ຫຼື ແຊ:

  • ເນື້ອຫາທີ່ບັນຍາຍ, ສົ່ງເສີມ, ເຮັດໃຫ້ເຫັນວ່າເປັນເລື່ອງປົກກະຕິ ຫຼືເຊີດຊູການຂ້າຕົວຕາຍ ຫຼື ການທຳຮ້າຍຕົນເອງ
  • ເນື້ອຫາທີ່ໃຫ້ຄຳແນະນຳໃນການຂ້າຕົວຕາຍ ຫຼື ວິທີການທຳຮ້າຍຕົນເອງ
  • ເກມຂ້າຕົວຕາຍ ຫຼື ເກມທຳຮ້າຍຕົນເອງ, ການທ້າໃຫ້ເຮັດ, ການທ້າທາຍ, ການເຮັດສັນຍາລັບ, ຫຼື ການຫຼອກລວງ

ການກິນອາຫານທີ່ຜິດປົກກະຕິ

ເນື້ອຫາທີ່ສົ່ງເສີມພຶດຕິກຳ ຫຼື ນິໄສໃນການກິນອາຫານທີ່ບໍ່ດີຕໍ່ສຸຂະພາບທີ່ອາດຈະເຮັດໃຫ້ເກີດຜົນເສຍຕໍ່ສຸຂະພາບ ຈະບໍ່ໄດ້ຮັບອະນຸຍາດໃນແພັດຟອມ. ເນື້ອຫານີ້ລວມເຖິງເນື້ອຫາທີ່ສະແດງໃຫ້ເຫັນຄວາມປາດຖະໜາໃນການກິນທີ່ຜິດປົກກະຕິ, ການແຊເຄັດລັບ ຫຼືການແນະນຳໂດຍຄູຝຶກກ່ຽວກັບການກິນອາຫານທີ່ຜິດປົກກະຕິ ແລະການເຂົ້າຮ່ວມໃນການທ້າທາຍການວັດແທກຮ່າງກາຍທີ່ບໍ່ດີຕໍ່ສຸຂະພາບ.

ຫ້າມໂພສ, ອັບໂຫຼດ, ດາວໂຫຼດ, ຖ່າຍທອດສົດ ຫຼື ແຊ:

  • ເນື້ອຫາທີ່ບັນຍາຍ, ສົ່ງເສີມ, ເຮັດໃຫ້ເຫັນວ່າເປັນເລື່ອງປົກກະຕິ ຫຼືເຊີດຊູການກິນອາຫານທີ່ຜິດປົກກະຕິ
  • ເນື້ອຫາທີ່ບັນຍາຍ, ສົ່ງເສີມ, ເຮັດໃຫ້ເຫັນວ່າເປັນເລື່ອງປົກກະຕິ ຫຼືເຊີດຊູພຶດຕິກຳການລົດນ້ຳໜັກໃດໆທີ່ເປັນອັນຕະລາຍ ທີ່ກ່ຽວຂ້ອງກັບການກິນອາຫານທີ່ຜິດປົກກະຕິ

 

ການໂປ້ເປືອຍ ແລະກິດຈະກຳທາງເພດຂອງຜູ້ໃຫຍ່

ພວກເຮົາພະຍາຍາມສ້າງແພັດຟອມທີ່ເຮັດໃຫ້ຮູ້ສຶກວ່າເປັນທີ່ຕ້ອນຮັບແລະປອດໄພ. ພວກເຮົາບໍ່ອະນຸຍາດໃຫ້ມີການ ໂປ້ເປືອຍ, ຮູບພາບລາມົກ, ຫຼື ເນື້ອຫາກ່ຽວກັບທາງເພດຢ່າງຈະແຈ້ງໃນແພັດຟອມຂອງພວກເຮົາ. ພວກເຮົາຍັງຫ້າມເນື້ອຫາທີ່ບັນຍາຍ ຫຼື ສະໜັບສະໜູນການກະທຳທາງເພດທີ່ບໍ່ໄດ້ຮັບການຍິນຍອມ, ການແຊຮູບພາບລັບສ່ວນຕົວທີ່ບໍ່ໄດ້ຮັບການຍິນຍອມ ແລະການຊັກຊວນທາງເພດຂອງຜູ້ໃຫຍ່ດ້ວຍເຊັ່ນກັນ. 

ການຫາປະໂຫຍດທາງເພດ

ການຫາປະໂຫຍດທາງເພດໝາຍຄວາມເຖິງການລ່ວງລະເມີດທີ່ເກີດຂຶ້ນຈົງ ຫຼືຄວາມພະຍາຍາມລ່ວງລະເມີດບຸກຄົນທີ່ຢູ່ໃນຖານະອ່ອນແອກວ່າ, ມີອຳນາດນ້ອຍກວ່າ ຫຼື ຈາກຄວາມໄວ້ວາງໃຈເພື່ອຈຸດປະສົງທາງເພດ ລວມທັງການສະແຫວງຫາກຳໄລທາງການເງິນ, ທາງສັງຄົມ ຫຼືທາງການເມືອງຈາກການຫາປະໂຫຍດທາງເພດຈາກບຸກຄົນອື່ນ. ພວກເຮົາບໍ່ອະນຸຍາດໃຫ້ມີເນື້ອຫາທີ່ເປັນການຫາປະໂຫຍດທາງເພດ.

ຫ້າມໂພສ, ອັບໂຫຼດ, ດາວໂຫຼດ, ຖ່າຍທອດສົດ ຫຼື ແຊ:

  • ເນື້ອຫາທີ່ບັນຍາຍ, ສົ່ງເສີມ, ເຮັດໃຫ້ເຫັນວ່າເປັນເລື່ອງປົກກະຕິ ຫຼືເຊີດຊູການກະທຳທາງເພດທີ່ບໍ່ໄດ້ຮັບການຍິນຍອມ ຫຼື ການສຳຜັດທີ່ບໍ່ໄດ້ຮັບການຍິນຍອມ ລວມທັງການຂົ່ມຂືນຫຼືການທຳຮ້າຍທາງເພດ
  • ເນື້ອຫາທີ່ບັນຍາຍ, ສົ່ງເສີມ, ເຮັດໃຫ້ເຫັນວ່າເປັນເລື່ອງປົກກະຕິ ຫຼືເຊີດຊູການແຊຮູບພາບລັບສ່ວນຕົວທີ່ບໍ່ໄດ້ຮັບການຍິນຍອມ ລວມທັງຮູບພາບທາງເພດທີ່ຖ່າຍ, ສ້າງ, ຫຼືແຊທີ່ບໍ່ໄດ້ຮັບການຍິນຍອມເຫັນດີ
  • ເນື້ອຫາທີ່ບັນຍາຍ, ສົ່ງເສີມ, ເຮັດໃຫ້ເຫັນວ່າເປັນເລື່ອງປົກກະຕິ ຫຼືເຊີດຊູການກະທຳຮຸນແຮງທາງເພດ
  • ເນື້ອຫາທີ່ບັນຍາຍ, ສົ່ງເສີມ, ເຮັດໃຫ້ເຫັນວ່າເປັນເລື່ອງປົກກະຕິ ຫຼືເຊີດຊູການຊັກຊວນທາງເພດ ລວມທັງການສະເໜີ ຫຼື ການຂໍໃຫ້ເປັນຄູ່ມີເພດສັມພັນ, ການແຊັດ ຫຼືຂໍຮູູບພາບ ຫຼືການຂໍບໍລິການທາງເພດ, ເນື້ອຫາທາງເພດລະດັບພຮີມຽມ, ຫຼືການສໍ້ໂກງຫຼອກລວງທາງເພດ. 

ການໂປ້ເປືອຍ ແລະກິດຈະກຳທາງເພດທີ່ຜູ້ໃຫຍ່ມີສ່ວນຮ່ວມ

ການໂປ້ເປືອຍ ແລະກິດຈະກຳທາງເພດ ລວມເຖິງເນື້ອຫາທີ່ເປີດເຜີຍເຕົ້ານົມ, ອະໄວຍະວະເພດ, ຮູທະວານ, ຫຼື ກົ້ນ, ຫຼືພຶດຕິກຳທີ່ຮຽນແບບ, ບົ່ງບອກ, ຫຼື ສະແດງການຮ່ວມເພດຢ່າງຈະແຈ້ງ. ພວກເຮົາບໍ່ອະນຸຍາດໃຫ້ມີການສະແດງເນື້ອຫາ ລວມທັງເນື້ອຫາທີ່ສ້າງດ້ວຍລະບົບດິຈິຕອນ ຫຼື ເນື້ອຫາທີ່ປ່ຽນແປງຕາມໃຈຜູ້ສ້າງ ທີ່ມີການໂປ້ເປືອຍ ແລະກິດຈະກຳທາງເພດ. ພວກເຮົາເອົາໃຈໃສ່ວ່າເນື້ອຫາບາງຢ່າງນ່າລັງກຽດ ຫຼືບໍ່ເໝາະສົມທາງດ້ານວັດທະນະທຳໃນບາງຂົງເຂດ ຫຼືອາດຈະບໍ່ເໝາະສົມກັບຜູ້ຊົມໃຊ້ທຸກໄວ.

ຫ້າມໂພສ, ອັບໂຫຼດ, ດາວໂຫຼດ, ຖ່າຍທອດສົດ ຫຼື ແຊ:

  • ເນື້ອຫາທີ່ບັນຍາຍໃຫ້ເຫັນຢ່າງຈະແຈ້ງ ຫຼື ບົ່ງບອກເຖິງກິດຈະກຳທາງເພດຂອງຜູ້ໃຫຍ່ ລວມທັງແບບມີການສອດໃສ່ແລະບໍ່ສອດໃສ່ອະໄວຍະວະເພດ, ການຮ່ວມເພດທາງປາກ ຫຼື ການຈູບແບບດູດດື່ມ
  • ເນື້ອຫາທີ່ບັນຍາຍໃຫ້ເຫັນການມີອາລົມທາງເພດ ຫຼື ການກະຕຸ້ນທາງເພດ
  • ເນື້ອຫາທີ່ບັນຍາຍໃຫ້ເຫັນພຶດຕິກຳທາງເພດທີ່ຜິດປົກກະຕິ
  • ເນື້ອຫາທີ່ບັນຍາຍໃຫ້ເຫັນອະໄວຍະວະເພດ, ກົ້ນ, ຫົວໜ່າວ, ຫຼື ຫົວນົມແມ່ຍິງ
  • ເນື້ອຫາທີ່ມີພາສາທາງເພດທີ່ບັນຍາຍຢ່າງຈະແຈ້ງ ເພື່ອໃຫ້ສຳເລັດຄວາມໃຄ່ເກີດຄວາມສຸກສົມທາງເພດ

 

ການຂົ່ມເຫງແລະການຄຸກຄາມ

ພວກເຮົາເຊື່ອໝັ້ນໃນຊຸມຊົມທີ່ຍອມຮັບຄວາມແຕກຕ່າງ ແລະການສະແດງອອກຂອງບຸກຄົນໂດຍບໍ່ມີຄວາມຢ້ານກົວຕໍ່ການລ່ວງລະເມີດ. ພວກເຮົາຈະບໍ່ອົດທົນທີ່ສະມາຊິກໃນຊຸມຊົນຂອງພວກເຮົາຖືກເຮັດໃຫ້ອັບອາຍ, ຖືກຂົ່ມເຫງ ຫຼື ຖືກຄຸກຄາມ. ເນື້ອຫາ ຫຼື ພຶດຕິກຳທີ່ເປັນການລະເມີດສາມາດເຮັດໃຫ້ເກີດຄວາມເຈັບປວດທາງດ້ານຈິດໃຈ ແລະຈະຖືກລົບອອກຈາກແພັດຟອມຂອງພວກເຮົາ.   

ພຶດຕິກຳທີ່ເປັນການລະເມີດ

ພວກເຮົາຈະລົບການສະແດງອອກທີ່ເປັນການລະເມີດ ລວມທັງການຂົມຂູ່ ຫຼື ຄຳເວົ້າທີ່ເຮັດໃຫ້ສຽຍກຽດທີ່ມີຈຸດປະສົງໃນການເຍາະເຍີ້ຍ, ຫຍຽດຫຍາມ, ເຮັດໃຫ້ອັບອາຍ, ເຮັດໃຫ້ຍ້ານກົວ ຫຼື ທຳຮ້າຍບຸກຄົນ. ຂໍ້ຫ້າມນີ້ຂະຫຍາຍໄປເຖິງການໃຊ້ຄຸນລັກສະນະຂອງຕິກຕັອກ. ເພື່ອເຮັດໃຫ້ການສະແດງອອກທີ່ເປັນທີ່ສົນໃຈຂອງສາທາລະນະ, ພວກເຮົາອາດຈະອະນຸຍາດໃຫ້ສະແດງຄຳຄິດເຫັນທີ່ສຳຄັນກ່ຽວກັບບຸກຄົນສາທາລະນະ; ເຖິງຢ່າງໃດກໍ່ຕາມ, ພຶດຕິກຳທີ່ເປັນການລະເມີດທີ່ຮ້າຍແຮງຕໍ່ບຸກຄົນສາທາລະນະແມ່ນເປັນຂໍ້ຫ້າມ.

ຫ້າມໂພສ, ອັບໂຫຼດ, ດາວໂຫຼດ, ຖ່າຍທອດສົດ ຫຼື ແຊ:

  • ເນື້ອຫາທີ່ບັນຍາຍການດູຖູກບຸກຄົນອື່ນ ຫຼື ຫຍຽດຫຍາມບຸກຄົນອີງໃສ່ຄຸນລັກສະນະ ເຊັ່ນ ສະຕິປັນຍາ, ຮູບລັກສະນະ, ບຸກຄະລິກພາບ ຫຼື ສຸຂະອະນາໄມ
  • ເນື້ອຫາທີ່ຊຸກຍູ້ໃຫ້ມີການຄຸກຄາມທີ່ເຮັດປະສານກັນ
  • ເນື້ອຫາທີ່ຫຍຽດຫຍາມຜູ້ຖືກເຄາະຮ້າຍຈາກເຫດຄວາມໂສກເສົ້າທີ່ຮຸນແຮງ
  • ເນື້ອຫາທີ່ໃຊ້ຄຸນລັກສະນະແບບໂຕ້ຕອບຂອງຕິກຕັອກ (ເຊັ່ນ ການດູເອັດ) ເພື່ອເຮັດໃຫ້ບຸກຄົນອື່ນໃຫ້ສຽຍກຽດ
  • ເນື້ອຫາທີ່ບັນຍາຍເຖິງອັນຕະລາຍ ຫຼື ການຂົ່ມຂູ່ຢ່າງຕັ້ງໃຈ ເຊັ່ນ ການເຝົ້າຕິດຕາມທາງອອນລາຍ ຫຼື ການ ກໍ່ຄວາມວຸ່ນວາຍໃນກະດານສາທາລະນະ [A10] (trolling)
  • ເນື້ອຫາທີ່ປາດຖະໜາໃຫ້ບຸກຄົນອື່ນຕາຍ, ເປັນພະຍາດຮ້າຍແຮງ ຫຼື ໄດ້ຮັບອັນຕະລາຍຮ້າຍແຮງ 

ການຄຸກຄາມທາງເພດ

ເນື້ອຫາທີ່ເປັນການຄຸກຄາມທາງເພດກ່ຽວຂ້ອງກັບພຶດຕິກຳທາງເພດທີ່ບໍ່ເປັນທີ່ຕ້ອງການ ຫຼືບໍ່ເໝາະສົມ ທີ່ມຸ່ງໂຈມຕີບຸກຄົນອື່ນ. ພວກເຮົາບໍ່ອະນຸຍາດເນື້ອຫາທີ່ເຊີດຊູ, ເຮັດໃຫ້ເຫັນວ່າເປັນເລື່ອງປົກກະຕິ ຫຼື ສົ່ງເສີມການຄຸກຄາມທາງເພດ ບໍ່ວ່າຜູ້ຊົມໃຊ້ຈະມີເຈດຕະນາແນວໃດ.

ຫ້າມໂພສ, ອັບໂຫຼດ, ດາວໂຫຼດ, ຖ່າຍທອດສົດ ຫຼື ແຊ:

  • ຄວາມພະຍາຍາມຕິດຕໍ່ເພື່ອຂໍມີເພດສັມພັນທີ່ບໍ່ຕ້ອງການ
  • ເນື້ອຫາທີ່ຫຍຽດຫຍາມກິດຈະກຳທາງເພດຂອງບຸກຄົນອື້ນ
  • ເນື້ອຫາທີ່ຈຳລອງກິດຈະກຳທາງເພດກັບບຸກຄົນອື່ນ ບໍ່ວ່າຈະດ້ວຍວາຈາ, ເປັນຂໍ້ຄວາມ (ລວມທັງອີໂມຈິ) ຫຼື ຜ່ານການນຳໃຊ້ຄຸນລັກສະນະຕ່າງໆໃນແອັບ
  • ເນື້ອຫາທີ່ປ່ຽນແປງ ຫຼື ປ່ຽນຮູບພາບບຸກຄົນອື່ນດ້ວຍໂປແກມຄອມພິວເຕີ ເພື່ອສະແດງ  ຫຼື ບົ່ງບອກວ່າເປັນການຊັກຊວນ ຫຼື ການມີສ່ວນຮ່ວມໃນກິດຈະກຳທາງເພດ
  • ເນື້ອຫາທີ່ເປີດເຜີຍ ຫຼື ຂົ່ມຂູ່ວ່າຈະເປີດເຜີຍ, ລາຍລະອຽດຊີວິດທາງເພດສ່ວນຕົວຂອງບຸກຄົນ ລວມທັງເນື້ອຫາແບບດິຈິຕອນ, ປະຫວັດທາງເພດ ແລະຊື່ຂອງຄູ່ນອນຄົນກ່ອນ
  • ເນື້ອຫາທີ່ເປີດເຜີຍຄວາມລັບ ຫຼື ຂົ່ມຂູ່ວ່າຈະເປີດເຜີຍຄວາມລັບກ່ຽວກັບທັດສະນະທາງເພດຂອງບຸກຄົນໃດໜຶ່ງໂດຍບໍ່ໄດ້ຮັບຄວາມຍິນຍອມຂອງເຂົາເຈົ້າ 

ການຂົ່ມຂູ່ວ່າຈະແຮັກຂໍ້ມູນ, ຂົ່ມຂູ່ວ່າຈະເປີດເຜີຍຄວາມລັບ (doxxing) ແລະແບັກເມ (Threats of hacking, doxxing, and blackmail)

ການຂົ່ມຂູ່ວ່າຈະແຮັກຂໍ້ມູນ ຫຼື ຂົ່ມຂູ່ວ່າຈະເປີດເຜີຍຄວາມລັບດ້ວຍເຈດຕະນາທີ່ຈະຄຸກຄາມ ຫຼື ແບັກເມບຸກຄົນອື່ນ ເຮັດໃຫ້ເກີດຄວາມທຸກຮ້ອນໃຈດ້ານອາລົມຢ່າງຮ້າຍແຮງ ແລະອັນຕະລາຍອື່ນໆທີ່ບໍ່ແມ່ນທາງອອນລາຍ. ພວກເຮົາໃຫ້ຄວາມໝາຍຂອງຂົ່ມຂູ່ວ່າຈະເປີດເຜີຍຄວາມລັບວ່າເປັນການເກັບກຳ ແລະການເຜີຍແຜ່ຂໍ້ມູນສ່ວນຕົວ ຫຼື ຂໍ້ມູນທີ່ລະບຸຕົວຕົນໄດ້ (PII) ເພື່ອຈຸດປະສົງທີ່ເປັນອັນຕະລາຍ. ພວກເຮົາພິຈາລະນາວ່າພຶດຕິກຳອອນລາຍເຫຼ່ານີ້ເປັນຮູບແບບຂອງການລະເມີດ ແລະບໍ່ອະນຸຍາດພຶດຕິກຳເຫຼ່ານີ້ໃນແພັດຟອມຂອງພວກເຮົາ.

ຫ້າມໂພສ, ອັບໂຫຼດ, ດາວໂຫຼດ, ຖ່າຍທອດສົດ ຫຼື ແຊ:

  • ເນື້ອຫາທີ່ຂົ່ມຂູ່ວ່າຈະເປີດເຜີຍຂໍ້ມູນສ່ວນຕົວ ຫຼື ຂໍ້ມູນທີ່ລະບຸຕົວຕົນໄດ້ (PII) ລວມທັງທີ່ຢູ່, ອີເມວສ່ວນຕົວ, ເບີໂທສ່ວນຕົວ, ໃບແຈ້ງຍອດທະນາຄານ, ໝາຍເລກປະກັນສັງຄົມ ຫຼື ໝາຍເລກໜັງສືຜ່ານແດນ
  • ເນື້ອຫາທີ່ຂົ່ມຂູ່ວ່າຈະແບັກເມບຸກຄົນໃດໜຶ່ງ ຫຼືຈະແຮັກບັນຊີຂອງບຸກຄົນໃດໜຶ່ງ
  • ເນື້ອຫາທີ່ກະຕຸ້ນຫຼືສົ່ງເສີມບຸກຄົນໃຫ້ແຮັກຂໍ້ມູນ ຫຼື ເປີດເຜີຍບັນຊີ, ຂໍ້ມູນສ່ວນຕົວ ຫຼື ຂໍ້ມູນທີ່ລະບຸຕົວຕົນໄດ້ (PII) ຂອງບຸກຄົນໃດໜຶ່ງ
  • ບັນຊີ, ຂໍ້ມູນສ່ວນຕົວ ຫຼື ຂໍ້ມູນທີ່ລະບຸຕົວຕົນໄດ້ ເພື່ອຊຸກຍູ້ໃຫ້ບຸກຄົນອື່ນລະເມີດ, ກໍ່ຄວາມວຸ່ນວາຍໃນກະດານສາທາລະນະ ຫຼືຄຸກຄາມບຸກຄົນນັ້ນ

 

ພຶດຕິກຳທີ່ສະແດງຄວາມກຽດຊັງ

ຕິກຕັອກເປັນຊຸມຊົນທີ່ມີຄວາມຫຼາກຫຼາຍ ແລະເປັນຊຸມຊົມທີ່ຍອມຮັບຄວາມແຕກຕ່າງ ທີ່ບໍ່ອົດທົນຕໍ່ການເລືອກປະຕິບັດ. ພວກເຮົາບໍ່ອະຍຸາດໃຫ້ມີເນື້ອຫາທີ່ມີຄຳເວົ້າທີ່ສະແດງຄວາມກຽດຊັງ ຫຼື ກ່ຽວຂ້ອງກັບພຶດຕິກຳທີ່ເປັນຄວາມກຽດຊັງ ແລະພວກເຮົາຈະລົບເນື້ອຫານັ້ນອອກຈາກແພັດຟອມຂອງພວກເຮົາ. ພວກເຮົາຫ້າມໃຊ້ບັນຊີ ແລະ/ຫຼື ຜູ້ຊົມໃຊ້ທີ່ມີສ່ວນຮ່ວມການລະເມີດດ້ວຍຄຳເວົ້າທີ່ສະແດງຄວາມກຽດຊັງ ຫຼື ລະເມີດຫຼາຍຄັ້ງດ້ວຍຄຳເວົ້າທີ່ສະແດງຄວາມກຽດຊັງ ຫຼື ທີ່ກ່ຽວຂ້ອງກັບລະເມີດດ້ວຍຄຳເວົ້ານອກແພັດຟອມຕິກຕັອກ.

ການໂຈມຕີ ຫຼືການດ່າເຍາະເຍີ້ຍອີງໃສ່ຄຸນລັກສະນະທີ່ໄດ້ຮັບການຄຸ້ມຄອງ

ພວກເຮົາໃຫ້ຄວາມໝາຍຂອງຄຳເວົ້າ ຫຼື ພຶດຕິກຳທີ່ສະແດງຄວາມກຽດຊັງວ່າເປັນເນື້ອຫາທີ່ໂຈມຕີ ຂົ່ມຂູ່, ກະຕຸ້ນ ໃຫ້ເກີດຄວາມຮຸນແຮງຕໍ່ ຫຼື ລົດຄຸນຄ່າຄວາມເປັນມະນຸດຂອງບຸກຄົນຫຼືກຸ່ມຄົນ ໂດຍອີງໃສ່ຄຸນລັກສະນະທີ່ໄດ້ຮັບການຄຸ້ມຄອງດັ່ງຕໍ່ໄປນີ້:

  • ເຊື້ອຊາດ
  • ກຸ່ມຊາດພັນ
  • ຊາດກຳເນີດ
  • ສາດສະໜາ
  • ຊັ້ນວັນນະ
  • ຄວາມສົນໃຈທາງເພດ
  • ເພດ
  • ເພດສະພາບ
  • ອັດຕະລັກທາງເພດ
  • ພະຍາດຮ້າຍແຮງ
  • ຄວາມພິການ
  • ສະຖານະຄົນເຂົ້າເມືອງ

ການດ່າເຍາະເຍີ້ຍໝາຍຄວາມວ່າຄຳຫຍາບຄາຍທີ່ມີຈຸດປະສົງໃນການດູຖູກຫຍຽດຫຍາມກຸ່ມຄົນ ຫຼື ບຸກຄົນໂດຍອີງໃສ່ຄຸນລັກສະນະທີ່ໄດ້ຮັບການຄຸ້ມຄອງໃດໆທີ່ລະບຸໄວ້ຂ້າງເທິງ. ເພື່ອຫຼຸດຜ່ອນການແຜ່ກະຈາຍຂອງຄຳສັບທີ່ຮຸນແຮງແລະຊົ່ວຮ້າຍ ພວກເຮົາຈະເອົາການດ່າເຍາະເຍີ້ຍທັງໝົດອອກຈາກແພັດຟອມຂອງພວກເຮົາ ເວັ້ນເສຍແຕ່ວ່າຄຳສັບນັ້ນຖືກນຳກັບຄືນມາໃຊ້ເປັນຄຳເໝາະສົມ, ຖືກນຳໃຊ້ເພື່ອອ້າງອີງຕົນເອງ (ເຊັ່ນ ໂດຍສະມາຊິກຂອງກຸ່ມທີ່ໄດ້ຮັບການຄຸ້ມຄອງ) ຫຼືຖືກນຳໃຊ້ໃນທາງທີ່ບໍ່ເປັນການດູຖູກຫຍຽດຫຍາມ (ເຊັ່ນ ໃນບໍລິບົດດ້ານການສຶກສາ).

ຫ້າມໂພສ, ອັບໂຫຼດ, ດາວໂຫຼດ, ຖ່າຍທອດສົດ ຫຼື ແຊ:

  • ເນື້ອຫາທີ່ອ້າງວ່າບຸກຄົນ ຫຼື ກຸ່ມຄົນທີ່ໄດ້ຮັບການຄຸ້ມຄອງແມ່ນດ້ອຍກວ່າທາງກາຍະພາບ ທາງຈິດໃຈ ຫຼືທາງສິນລະທຳ ຫຼືປຽບທຽບເຂົາເຈົ້າວ່າເປັນອາດຊະຍາກອນ, ເປັນສັດ, ເປັນຄົນບໍ່ມີຊີວິດຊີວາ ຫຼືເປັນສິ່ງທີ່ບໍ່ແມ່ນມະນຸດ
  • ເນື້ອຫາທີ່ສົ່ງເສີມ ຫຼືເຫັນວ່າຄວາມຮຸນແຮງ, ການກີດກັນ, ການແບ່ງແຍກ ຫຼືການເລືອກປະຕິບັດແມ່ນຖືກຕ້ອງ
  • ເນື້ອຫາທີ່ລວມເອົາການໃຊ້ຄຳດ່າຫຍຽດຫຍາມທີ່ບໍ່ໄດ້ອ້າງວ່າໝາຍເຖິງຕົນເອງ
  • ເນື້ອຫາທີ່ມຸ່ງໂຈມຕີຄົນຂ້າມເພດ ຫຼືຄົນບໍ່ມີເພດ ໂດຍການໃຊ້ເພດທີ່ບໍ່ຖືກຕ້ອງ ຫຼື ການເອີ້ນຄົນຂ້າມເພດດ້ວຍຊື່ເກີດຫຼືຊື່ເກົ່າ
  • ເນື້ອຫາທີ່ບັນຍາຍເຖິງການເຮັດໃຫ້ບຸກຄົນຫຼືກຸ່ມຄົນໄດ້ຮັບອັນຕະລາຍ ອີງໃສ່ຄຸນລັກສະນະທີ່ໄດ້ຮັບການຄຸ້ມຄອງ

ແນວຄວາມຄິດທີ່ສະແດງຄວາມກຽດຊັງ

ແນວຄວາມຄິດທີ່ສະແດງຄວາມກຽດຊັງແມ່ນຄວາມຄິດທີ່ສະແດງໃຫ້ເຫັນວ່າບໍ່ເປັນມິດຢ່າງຈະແຈ້ງຕໍ່ຜູ້ຄົນ ຍ້ອນມາຈາກຄຸນລັກສະນະທີ່ໄດ້ຮັບການຄຸ້ມຄອງ. ຄວາມຄິດທີ່ສະແດງຄວາມກຽດຊັງແມ່ນບໍ່ສອດຄ່ອງກັບຊຸມຊົນທີ່ຍອມຮັບຄວາມແຕກຕ່າງ ແລະຊຸມຊົນທີ່ສະໜັບສະໜູນກັນ ເຊິ່ງແພັດຟອມຂອງພວກເຮົາສະໜອງໃຫ້ ແລະພວກເຮົາຈະລົບເນື້ອຫາທີ່ສົ່ງເສີມແນວຄວາມຄິດເຫຼ່ານັ້ນອອກ

ຫ້າມໂພສ, ອັບໂຫຼດ, ດາວໂຫຼດ, ຖ່າຍທອດສົດ ຫຼື ແຊ:

  • ເນື້ອຫາທີ່ຍົກຍ່ອງ, ສົ່ງເສີມ, ເຊີດຊູ ຫຼືສະໜັບສະໜູນແນວຄວາມຄິດກຽດຊັງໃດໆ (ເຊັ່ນ ລັດທິທີ່ເຊື່ອວ່າຄົນຜິວຂາວເປັນເຜົ່າພັນຂອງມະນຸດທີ່ດີກວ່າເຜົ່າພັນຂອງຄົນຜິວສີອື່ນໆ, ຄວາມກຽດຊັງແມ່ຍິງ, ການຕໍ່ຕ້ານ LGBTQ, ການຕໍ່ຕ້ານຊາວຍິວ)
  • ເນື້ອຫາທີ່ມີຊື່, ສັນຍາລັກ, ໂລໂກ້, ທຸງ, ສະໂລແກນ, ເຄື່ອງແບບ, ທ່າທາງ, ການເຮັດຄວາມເຄົາລົບ, ຮູບປະກອບ, ຮູບພາບ, ເພງ, ດົນຕີ, ເນື້ອເພງ ຫຼືວັດຖຸອື່ນໆທີ່ກ່ຽວຂ້ອງກັບແນວຄວາມຄິດທີ່ສະແດງຄວາມກຽດຊັງ
  • ເນື້ອຫາທີ່ສົ່ງເສີມ, ສະໜັບສະໜູນ ຫຼືໂຄສະນາການບຳບັດເພື່ອປ່ຽນກັບຄືນ ຫຼືໂປແກມທີ່ກ່ຽວຂ້ອງ
  • ເນື້ອຫາທີ່ປະຕິເສດວ່າເຫດການທີ່ໄດ້ຮັບການຈົດບັນທຶກເປັນຫຼັກຖານຢ່າງດີ ແລະເປັນເຫດການຮຸນແຮງທີ່ກະທົບຕໍ່ກຸ່ມຄົນທີ່ຄຸນລັກສະນະໄດ້ຮັບການຄຸ້ມຄອງແມ່ນບໍ່ໄດ້ເກີດຂຶ້ນຈິງ (ເຊັ່ນ ການປະຕິເສດວ່າບໍ່ມີການຂ້າລ້າງເຜົ່າພັນ)
  • ການອ້າງວ່າເຜົ່າພັນໃດໜຶ່ງດີກວ່າກຸ່ມຄົນທີ່ມີຄຸນລັກສະນະທີ່ໄດ້ຮັບການຄຸ້ມຄອງ
  • ທິດສະດີສົມຄົບຄິດທີ່ນຳໃຊ້ເພື່ອອ້າງຄວາມຖືກຕ້ອງຂອງແນວຄວາມຄິດທີ່ສະແດງຄວາມກຽດຊັງ

 

ລັດທິນິຍົມຄວາມຮຸນແຮງ

ພວກເຮົາມີທ່າທີທີ່ໝັ້ນຄົງໂດຍການຕໍ່ຕ້ານການເຮັດໃຫ້ເກີດຄວາມຮຸນແຮງທັງໃນແລະນອກຕິກຕັອກ. ພວກເຮົາບໍ່ອະນຸຍາດໃຫ້ຜູ້ຄົນໃຊ້ແພັດຟອມຂອງພວກເຮົາໃນການຂົ່ມຂູ່ ຫຼື ກະຕຸ້ນໃຫ້ເກີດຄວາມຮຸນແຮງ ຫຼືສົ່ງເສີມອົງກອນທີ່ເປັນລັດທິ, ບຸກຄົນ ຫຼືການກະທຳທີ່ນິຍົມຄວາມຮຸນແຮງ. ເມື່ອມີການຂົ່ມຂູ່ກ່ຽວກັບຄວາມປອດໄພຂອງປະຊາຊົນ ຫຼືມີບັນຊີທີ່ສົ່ງເສີມ ຫຼື ເຊີດຊູການກະທຳນີ້ນອກແພັດຟອມ, ພວກເຮົາຈະຫ້າມໃຊ້ບັນຊີນັ້ນ. ເມື່ອໄດ້ຮັບການຮັບຮອງ ພວກເຮົາຈະລາຍງານການຂົ່ມຂູ່ໃຫ້ແກ່ເຈົ້າໜ້າທີ່ດ້ານກົດໝາຍທີ່ກ່ຽວຂ້ອງ. ພວກເຮົາອາດຈະພິຈາລະນາພຶດຕິກຳນອກແພັດຟອມທີ່ລະບຸອົງກອນທີ່ເປັນລັດທິນິຍົມຄວາມຮຸນແຮງແລະບຸກຄົນໃນແພັດຟອມຂອງພວກເຮົາ ເພື່ອຄຸ້ມຄອງຊຸມຊົນຂອງພວກເຮົາຢ່າງມີປະສິດທິຜົນ. ຖ້າພວກເຮົາພົບເຫັນອົງກອນຫຼືບຸກຄົນດັ່ງກ່າວ ພວກເຮົາຈະຫ້າມໃຊ້ບັນຊີຂອງເຂົາເຈົ້າ.

ການຂົ່ມຂູ່ແລະການກະຕຸ້ນໃຫ້ເກີດຄວາມຮຸນແຮງ

ພວກເຮົາພິຈາລະນາວ່າການກະຕຸ້ນໃຫ້ເກີດຄວາມຮຸນແຮງຄືການແນະນຳໃຫ້, ການຊີ້ນຳ ຫຼືການຊຸກຍູ້ໃຫ້ບຸກຄົນອື່ນກະທຳຄວາມຮຸນແຮງ. ພວເຮົາບໍ່ອະນຸຍາດໃຫ້ມີການຂົ່ມຂູ່ວ່າຈະໃຊ້ຄວາມຮຸນແຮງ ຫຼືການກະຕຸ້ນໃຫ້ໃຊ້ຄວາມຮຸນແຮງໃນແພັດຟອມຂອງພວກເຮົາ ເຊິ່ງຈະສ່ງຜົນໃຫ້ເກີດອັນຕະລາຍຮ້າຍແຮງຕໍ່ຮ່າງກາຍ.

ຫ້າມໂພສ, ອັບໂຫຼດ, ດາວໂຫຼດ, ຖ່າຍທອດສົດ ຫຼື ແຊ:

  • ຄຳຖະແຫຼງທີ່ມີເຈດຕະນາເຮັດໃຫ້ເກີດການບາດເຈັບຕໍ່ຮ່າງກາຍຂອງບຸກຄົນຫຼືກຸ່ມຄົນ
  • ຄຳຖະແຫຼງ ຫຼື ຮູບພາບທີ່ກະຕຸ້ນໃຫ້ບຸກຄົນອື່ນກະທຳ ຫຼືແນະນຳໃຫ້ໃຊ້ຄວາມຮຸນແຮງ
  • ຄຳຖະແຫຼງທີ່ເປັນເງື່ອນໄຂ ຫຼືເປັນແຮງບັນດານໃຈທີ່ກະຕຸ້ນໃຫ້ບຸກຄົນອື່ນກະທຳຄວາມຮຸນແຮງ
  • ການຮຽກຮ້ອງໃຫ້ເອົາອາວຸດໄປທີ່ບ່ອນໃດໜຶ່ງ ດ້ວຍເຈດຕະນາທີ່ຈະຂົ່ມຂູ່ໃຫ້ຢ້ານກົວ ຫຼືຂົ່ມຂູ່ບຸກຄົນຫຼືກຸ່ມຄົນວ່າຈະໃຊ້ຄວາມຮຸນແຮງ
  • ຄຳແນະນຳໃນການເຮັດຫຼືໃຊ້ອາວຸດທີ່ກະຕຸ້ນໃຫ້ເກີດຄວາມຮຸນແຮງ 

ອົງກອນ ຫຼື ບຸກຄົນທີ່ນິຍົມໃຊ້ຄວາມຮຸນແຮງ

ພວກເຮົາບໍ່ອະນຸຍາດໃຫ້ອົງກອນ ຫຼື ບຸກຄົນເຫຼ່ານັ້ນຢູ່ໃນແພັດຟອມຂອງພວກເຮົາ ເຊິ່ງເປັນຜູ້ທີ່ສົ່ງເສີມ ຫຼືມີສ່ວນຮ່ວມໃນການໃຊ້ຄວາມຮຸນແຮງ ລວມທັງອົງກອນກໍ່ການຮ້າຍ, ກຸ່ມຈັດຕັ້ງທີ່ມີແນວຄວາມຄິດກຽດຊັງ, ອົງກອນອາດຊະຍາກຳ ແລະອົງກອນບໍ່ຕິດອາວຸດອື່ນທີ່ມຸ້ງເປົ້າໄປທີ່ປະຊາຊົນພົນລະເມືອງ.

ອົງກອນກໍ່ການຮ້າຍ

ຜູ້ກໍ່ການຮ້າຍ ແລະອົງກອນກໍ່ການຮ້າຍເປັນຜູ້ກໍ່ການທີ່ບໍ່ແມ່ນອົງກອນລັດຖະບານ ທີ່ຂົ່ມຂູ່ວ່າກ່ຽວກັບຄວາມຮຸນແຮງ, ຂົ່ມຂູ່ວ່າຈະໃຊ້ຄວາມຮຸນແຮງ ແລະ/ຫຼືກໍ່ອາດຊະຍາກຳຮ້າຍແຮງ (ເຊັ່ນ ອາດຊະຍາກຳຕໍ່ມະນຸດຊາດ) ຕໍ່ປະຊາກອນທີ່ເປັນພົນລະເຮືອນເພື່ອຜົນທາງການເມືອງ, ສາດສະໜາ, ກຸ່ມຊາດພັນ ຫຼື ຈຸດປະສົງດ້ານແນວຄວາມຄິດ

ກຸ່ມຈັດຕັ້ງທີ່ມີແນວຄິດກຽດຊັງ

ພວກເຮົາໃຊ້ຄຳວ່າ “ກຸ່ມຈັດຕັ້ງທີ່ມີແນວຄິດກຽດຊັງ” ເພື່ອໝາຍເຖິງບຸກຄົນຫຼືອົງກອນທີ່ໂຈມຕີບຸກຄົນທີ່ມີຄຸນ ລັກສະນະທີ່ໄດ້ຮັບຄວາມຄຸ້ມຄອງ ເຊັ່ນ ເຊື້ອຊາດ, ກຸ່ມຊາດພັນ, ຊາດກຳເນີດ, ສາດສະໜາ, ຊັ້ນວັນນະ, ເພດ, ເພດສະພາບ ຫຼືສະຖານະການເຂົ້າເມືອງ. ພວກເຮົາພິຈາລະນາວ່າການໂຈມຕີໝາຍເຖິງການກະທຳທີ່ກະຕຸ້ນຄວາມຮຸນແຮງຫຼືຄວາມກຽດຊັງ ທີ່ມຸ່ງລົດຄຸນຄ່າຄວາມເປັນຄົນຂອງບຸກຄົນ ຫຼືກຸ່ມຄົນ ຫຼືການຮັບເອົາແນວຄວາມຄິດທີ່ສະແດງຄວາມກຽດຊັງ

ອົງກອນອາດຊະຍາກຳ

ອົງກອນອາດຊະຍາກຳແມ່ນອົງກອນຂ້າມຊາດ, ອົງກອນລະດັບປະເທດ ຫຼື ອົງກອນທ້ອງຖິ່ນທີ່ມີສ່ວນຮ່ວມໃນອາດຊະຍາກຳຮ້າຍແຮງ ລວມທັງອາດຊະຍາກຳຮຸນແຮງ (ເຊັ່ນ ການຄາດຕະກຳ, ການຂົ່ມຂືນ, ການໂຈລະກຳ, ການປະທຸດສະຮ້າຍ), ການລັກລອບຄ້າ (ເຊັ່ນ ການຄ້າມະນຸດ, ການຄ້າອະໄວຍະວະ, ການຄ້າຢາເສບຕິດ, ການຄ້າອາວຸດ), ການລັກພາຕົວ, ອາດຊະຍາກຳທາງການເງິນ (ເຊັ່ນການຂົ່ມຂູ່ເອົາຊັບສິນ, ການແບັກເມ, ການສໍ້ໂກງ, ການຟອກເງິນ) ຫຼື ອາດຊະຍາກຳທາງອິນເຕີເນັດ 

ຫ້າມໂພສ, ອັບໂຫຼດ, ດາວໂຫຼດ, ຖ່າຍທອດສົດ ຫຼື ແຊ:

  • ເນື້ອຫາທີ່ຍົກຍ່ອງ, ສົ່ງເສີມ, ເຊິດຊູູ ຫຼື ສະໜັບສະໜຸນການກະທຳຮຸນແຮງ ຫຼື ບຸກຄົນຫຼືອົງກອນທີ່ນິຍົມໃຊ້ຄວາມຮຸນແຮງ
  • ເນື້ອຫາທີ່ຊຸກຍູ້ໃຫ້ເຂົ້າຮ່ວມໃນ ຫຼືມີເຈດຕະນາຫາບຸກຄົນເຂົ້າຮ່ວມກັບອົງກອນທີ່ນິຍົມໃຊ້ຄວາມຮຸນແຮງ
  • ເນື້ອຫາທີ່ມີຊື່, ສັນຍາລັກ, ໂລໂກ້, ສະໂລແກນ, ເຄື່ອງແບບ, ທ່າທາງ, ການເຮັດຄວາມເຄົາລົບ, ຮູບປະກອບ, ຮູບພາບ, ເພງ, ດົນຕີ, ເນື້ອເພງ ຫຼືວັດຖຸອື່ນໆທີ່ມີຄວາມໝາຍໃຫ້ເປັນຕົວແທນຂອງບຸກຄົນ ຫຼື ອົງກອນທີ່ນິຍົມໃຊ້ຄວາມຮຸນແຮງ


ຄວາມຊື່ສັດແລະຄວາມແທ້ຈິງ

ພວກເຮົາເຊື່ອວ່າຄວາມໄວ້ວາງໃຈເປັນການສ້າງພື້ນຖານຂອງຊຸມຊົນຂອງພວກເຮົາ. ພວກເຮົາບໍ່ອະນຸຍາດໃຫ້ມີກິດຈະກຳທີ່ຂັດຂວາງຄວາມຊື່ສັດຂອງແພັດຟອມຂອງພວກເຮົາ ຫຼືຄວາມແທ້ຈິງຂອງຜູ້ຊົມໃຊ້. ພວກເຮົາຈະລົບເນື້ອຫາ ຫຼືບັນຊີທີ່ກ່ຽວຂ້ອງກັບການສະແປມ ຫຼືການບໍ່ມີສ່ວນຮ່ວມທີ່ແທ້ຈິງ, ການປອມຕົວເປັນຄົນອື່ນ ຫຼືຂໍ້ມູນທີ່ເຮັດໃຫ້ເຂົ້າໃຈຜິດ ທີ່ກໍ່ໃຫ້ເກີດຄວາມເສຍຫາຍຮ້າຍແຮງ. 

ສະແປມ ແລະການບໍ່ມີສ່ວນຮ່ວມຈິງ

ການບໍ່ມີສ່ວນຮ່ວມຈິງລວມເຖິງເນື້ອຫາໃດໆ ຫຼື ກິດຈະກຳໃດໆທີ່ຊອກຫາຄວາມນິຍົມທີ່ບໍ່ເປັນໄປຕາມທຳມະຊາດເພີ່ມຂຶ້ນໃນແພັດຟອມ. ພວກເຮົາບໍ່ອະນະຍາດ[A14] ໃຫ້ໃຊ້ຄວາມພະຍາຍາມທີ່ຈະເຮັດໃຫ້ແພັດຟອມສັບສົນ ເພື່ອເພີ່ມການວັດແທກການມີປະຕິສຳພັນ.

ຫ້າມ:

  • ແຊຄຳແນະນຳກ່ຽວກັບວິທີສ້າງຍອດວິວ, ຍອດໄລ້, ຜູ້ຕິດຕາມ, ການແຊ ຫຼື ຄຳຄິດເຫັນໃຫ້ເພີ່ມຂຶ້ນທີ່ບໍ່ເປັນໄປຕາມທຳມະຊາດ
  • ມີສ່ວນຮ່ວມໃນການຂາຍ ຫຼື ການຊື້ຍອດວິວ, ຍອດໄລ້, ຜູ້ຕິດຕາມ, ການແຊ ຫຼື ຄຳຄິດເຫັນ
  • ສົ່ງເສີມບໍລິການສ້າງການຈະລາຈອນທີ່ບໍ່ເປັນໄປຕາມທຳມະຊາດ
  • ມີບັນຊີຕິກຕັອກໃຊ້ຫຼາຍບັນຂີ ພາຍໃຕ້ການປອມແປງ ຫຼື ການຫຼອກລວງເພື່ອແຈກຢາຍສະແປມທາງການຄ້າ
  • ສ້າງຊອບແວທີ່ເປັນອັນຕະລາຍ ຫຼື ແກ້ໄຂລະຫັດເພື່ອເພີ່ມຍອດວິວ, ຍອດໄລ້, ຜູ້ຕິດຕາມ, ການແຊ ຫຼື ຄຳຄິດເຫັນໃຫ້ເພີ່ມຂຶ້ນທີ່ບໍ່ເປັນໄປຕາມທຳມະຊາດ

ການປອມຕົວເປັນຜູ້ອື່ນ

ພວກເຮົາບໍ່ອະນຸຍາດໃຫ້ມີບັນຊີທີ່ໂພສວ່າເປັນບຸກຄົນອື່ນ ຫຼືນິຕິບຸກຄົນອື່ນ ດ້ວຍວິທີຫຼອກລວງ. ເມືອພວກເຮົາຢັ້ງຢືນບົດລາຍງານການປອມຕົວເປັນຜູ້ອື່ນ ພວກເຮົາອາດຈະຂໍໃຫ້ຜູ້ຊົມໃຊ້ກວດກາໂປໄຟລ໌ ຫຼື ອາດຈະຫ້າມໃຊ້ບັນຊີ. ພວກເຮົາອະນຸຍາດໃຫ້ໃຊ້ບັນຊີທີ່ເປັນການລໍ້ຮຽນ, ຄຳຄິດເຫັນ ຫຼື ທີ່ມີຖານແຟນຜູ້ຕິດຕາມ ເຊັ່ນ ບັນຊີທີ່ຊື່ຜູ້ຊົມໃຊ້ລະບຸວ່າເປັນແຟນຜູ້ຕິດຕາມ, ເປັນບົດຄວາມສະແດງຄຳຄິດເຫັນ ຫຼື ເປັນການລໍ້ຮຽນ [A15] ແລະບໍ່ກ່ຽວຂ້ອງກັບຜູ້ທີ່ຢູ່ໃນບັນຊີ.

ຫ້າມ:

  • ໂພສວ່າເປັນບຸກຄົນອື່ນ ຫຼືນິຕິບຸກຄົນອື່ນ ໂດຍການໃຊ້ຊື່, ຂໍ້ມູນຊີວະປະຫວັດ ຫຼື ຮູບໂປຟາຍຂອງບຸກຄົນອື່ນໃນລັກສະນະທີ່ເຮັດໃຫ້ເຂົ້າໃຈຜິດ

ການໃຫ້ຂໍ້ມູນຜິດ ເຮັດໃຫ້ເກີດຄວາມເສຍຫາຍ

ການໃຫ້ຂໍ້ມູນຜິດໝາຍຄວາມວ່າເນື້ອຫາທີ່ບໍ່ຖືກຕ້ອງ ຫຼື ເປັນເທັດ. ພວກເຮົາຈະລົບຂໍ້ມູນຜິດ ທີ່ເຮັດໃຫ້ເກີດຄວາມເສຍຫາຍອັນໃຫຍ່ຫຼວງຕໍ່ບຸກຄົນ, ຊຸມຊົນຂອງພວກເຮົາ ຫຼື ສາທາລະນະຊົນຢ່າງກວ້າງຂວາງ ບໍ່ວ່າເຈດຕະນາຈະເປັນແນວໃດ. ຄວາມເສຍຫາຍອັນໃຫຍ່ຫຼວງລວມເຖິງການບາດເຈັບທາງຮ່າງກາຍທີ່ຮ້າຍແຮງ, ຄວາມເຈັບປ່ວຍ ຫຼື ການເສຍຊີວິດ; ການບາດເຈັບທາງຈິດໃຈຢ່າງຮຸນແຮງ; ຄວາມເສຍຫາຍດ້ານຊັບສິນຢ່າງຫຼວງຫຼາຍ ແລະການທຳລາຍຄວາມໄວ້ວາງໃຈຂອງປະຊາຊົນໃນສະຖາບັນດ້ານພົນລະເຮືອນ ແລະຂັ້ນຕອນຕ່າງໆ ເຊັ່ນ ລັດຖະບານ, ການເລືອກຕັ້ງ ແລະອົງກອນດ້ານວິທະຍາສາດ. ການໃຫ້ຂໍ້ມູນຜິດບໍ່ລວມຂໍ້ມູນທີ່ບໍ່ຖືກຕ້ອງ, ຄວາມເຊື່ອທີ່ຜິດ ຫຼື ຄວາມເສຍຫາຍທາງການຄ້າ ຫຼື ການເສຍຊື່ສຽງ.

ຫ້າມໂພສ, ອັບໂຫຼດ, ດາວໂຫຼດ, ຖ່າຍທອດສົດ ຫຼື ແຊ:

  • ຂໍ້ມູນຜິດທີ່ກະຕຸ້ນຄວາມກຽດຊັງແລະອະຄະຕິ
  • ທີ່ກ່ຽວຂ້ອງກັບເຫດສຸກເສີນທີ່ເຮັດໃຫ້ເກີດຄວາມແຕກຕື່ນ
  • ຂໍ້ມູນທາງການແພດທີ່ຜິດທີ່ສາມາດເຮັດໃຫ້ເກີດອັນຕະລາຍຕໍ່ສຸຂະພາບຂອງບຸກຄົນ
  • ເນື້ອຫາທີ່ເຮັດໃຫ້ສະມາຊິກໃນຊຸມຊົນເຂົ້າໃຈຜິດກ່ຽວກັບການເລືອກຕັ້ງ ຫຼື ຂັ້ນຕອນອື່ນໆດ້ານພົນລະເຮືອນ 
  • ເນື້ອຫາທີ່ສົມຮູ້ຮ່ວມຄິດ ລວມທັງເນື້ອຫາທີ່ໂຈມຕີບຸກຄົນສະເພາະ ຫຼື ກຸ່ມຄົນທີ່ໄດ້ຮັບການຄຸ້ມຄອງ ລວມທັງການຮຽກຮ້ອງໃຫ້ກະທຳຄວາມຮຸນແຮງ ຫຼື ການປະຕິເສດກ່ຽວກັບຄວາມຮຸນແຮງ ຫຼືການປະຕິເສດວ່າບໍ່ມີເຫດການໂສກເສົ້າເກີດຂຶ້ນ
  • ການປອມແປງທາງດິຈິຕອນ (ສື່ສັງເຄາະ ຫຼືສື່ທີ່ເຮັດໃຫ້ສັບສົນ) ທີ່ເຮັດໃຊ້ຜູ້ຊົມໃຊ້ເຂົ້າໃຈຜິດ ໂດຍການເຮັດໃຫ້ຄວາມຈິງຂອງເຫດການບິດເບືອນ ແລະກໍ່ໃຫ້ເກີດຄວາມເສຍຫາຍຢ່າງຮ້າຍແຮງຕໍ່ບຸກຄົນໃນວີດີໂອ, ບຸກຄົນອື່ນ ຫຼື ສັງຄົມ

ຫ້າມ:

  • ມີສ່ວນຮ່ວມໃນພຶດຕິກຳແບບປະສານງານກັນທີ່ບໍ່ຖືກຕ້ອງ ເຊັ່ນ ການໃຊ້ຫຼາຍບັນຊີເພື່ອເພີ່ມອິດທິພົນ ແລະ ເຮັດໃຫ້ຄຳຄິດເຫັນຂອງສາທາລະນະຊົນເອນອຽງ ໃນຂະນະທີ່ເຮັດໃຫ້ເຂົ້າໃຈຜິດກ່ຽວກັບບຸກຄົນ, ຊຸມຊົນຂອງພວກເຮົາ, ລະບົບຂອງພວກເຮົາກ່ຽວກັບຕົວຕົນເຈົ້າຂອງບັນຊີ, ສະຖານທີ່, ຄວາມສຳພັນ, ຄວາມນິຍົມ ຫຼືຈຸດປະສົງ


ກິດຈະກຳທີ່ຜິດກົດໝາຍ ແລະສິນຄ້າຕ້ອງຫ້າມ

ພວກເຮົາເຮັດວຽກເພື່ອໃຫ້ໝັ້ນໃຈວ່າຕິກຕັອກບໍ່ອະນຸຍາດໃຫ້ມີກິດຈະກຳທີ່ລະເມີດກົດໝາຍຫຼືຂໍ້ບັງຄັບ. ພວກເຮົາຫ້າມການແລກປ່ຽນ, ການຄ້າ, ການສົ່ງເສີມ ແລະການໃຊ້ສິນຄ້າຕ້ອງຫ້າມບາງຢ່າງ ລວມທັງການສົ່ງເສີມຫຼືການອຳນວຍຄວາມສະດວກກິດຈະກຳທີ່ເປັນອາດຊະຍາກຳ ລວມເຖິງການຫາປະໂຫຍດຈາກມະນຸດ. ເນື້ອຫາອາດຈະຖືກລົບອອກຖ້າກ່ຽວຂ້ອງກັບກິດຈະກຳ ຫຼືສິນຄ້າຕ້ອງຫ້າມ ຫຼືເປັນສິ່ງທີ່ຜິດກົດໝາຍໃນເຂດພື້ນທີ່ສ່ວນຫຼາຍໃນໂລກ.

ກິດຈະກຳທີ່ເປັນອາດຊະຍາກຳ

ກິດຈະກຳທີ່ເປັນອາດຊະຍາກຳຄອບຄຸມການກະທຳທີ່ກວ້າງຂວາງ ເຊິ່ງມີໂທດຕາມກົດໝາຍ ລວມທັງການໂຈລະກຳ, ການປະທຸດສະຮ້າຍ, ການຫາປະໂຫຍດຈາກມະນຸດ, ການປອມແປງ ແລະພຶດຕິກຳອື່ນທີ່ເປັນອັນຕະລາຍ. ເພື່ອປ້ອງກັນການເຮັດໃຫ້ພຶດຕິກຳເຫຼ່ານັ້ນຖືວ່າເປັນເລື່ອງປົກກະຕິ, ມີການລອກຮຽນແບບ ຫຼືໄດ້ຮັບຄວາມສະດວກ ພວກເຮົາຈະລົບເນື້ອຫາທີ່ສົ່ງເສີມ ຫຼືກໍ່ໃຫ້ເກີດກິດຈະກຳທີ່ເປັນອາດຊະຍາກຳ.

ຫ້າມໂພສ, ອັບໂຫຼດ, ດາວໂຫຼດ, ຖ່າຍທອດສົດ ຫຼື ແຊ:

  • ເນື້ອຫາທີ່ສົ່ງເສີມການກະທຳທີ່ເປັນການທຳຮ້າຍຮ່າງກາຍ ເຊັ່ນ ການປະທຸດສະຮ້າຍ ຫຼືການລັກພາຕົວ
  • ເນື້ອຫາທີ່ສ່ຽງຕໍ່ຄວາມປອດໄພຂອງບຸກຄົນອື່ນ ລວມທັງການຊົ່ມຂູ່ເພື່ອຫຼອກລວງວ່າມີເຫດສຸກເສີນ (swatting)
  • ເນື້ອຫາທີ່ສົ່ງເສີມການຫາປະໂຫຍດຈາກມະນຸດ ລວມທັງການລັກລອບພາຄົນເຂົ້າເມືອງ, ແຮງງານໃຊ້ໜີ້, ທາດຮັບໃຊ້ໃນເຮືອນ, ການຄ້າມະນຸດທາງເພດ ຫຼືການຄ້າປະເວນີ
  • ເນື້ອຫາທີ່ສົ່ງເສີມການທຳລາຍຊັບສິນ ຫຼືເຮັດໃຫ້ຊັບສິນເສຍຫາຍ
  • ເນື້ອຫາທີ່ສົ່ງເສີມການລ່າສັດໂດຍຜິດກົດໝາຍ ຫຼືການຄ້າສັດປ່າໂດຍຜິດກົດໝາຍ
  • ເນື້ອຫາທີ່ສະເໜີຊື້, ຂາຍ, ແລກປ່ຽນ ຫຼື ຊັກຊວນໃຫ້ໄດ້ມາໂດຍຜິດກົດໝາຍ ຫຼືໃຫ້ໄດ້ສິນຄ້າປອມແປງຮຽນແບບ
  • ເນື້ອຫາທີ່ໃຫ້ຄຳແນະນຳກ່ຽວກັບວິທີປະກອບອາດຊະຍາກຳ ເຊິ່ງສົ່ງຜົນໃຫ້ຄົນ, ສັດ ຫຼືຊັບສິນໄດ້ຮັບຄວາມເສຍຫາຍ

ອາວຸດ

ພວກເຮົາບໍ່ອະນຸຍາດໃຫ້ມີການບັນຍາຍ, ສົ່ງເສີມ ຫຼືແລກປ່ຽນອາວຸດ, ກະສຸນ, ເຄື່ອງປະກອບອາວຸດປືນ ຫຼື ອາວຸດທີ່ເປັນວັດຖຸລະເບີດ. ພວກເຮົາຍັງຫ້າມໃຫ້ມີຄຳແນະນຳໃນການຜະລິດອາວຸດເຫຼ່ານັ້ນ. ພວກເຮົາອາດຈະອະນຸຍາດໃຫ້ມີການບັນຍາຍເມື່ອປາກົດຢູ່ໃນບໍລິບົດດ້ານການສຶກສາ (ເຊັ່ນ ເປັນສ່ວນໝຶ່ງຂອງສີ່ງສະສົມໃນພິພິດທະພັນ) ທີ່ກ່ຽວຂ້ອງກັບບຸກຄະລາກອນຂອງລັດຖະບານທີ່ໄດ້ຮັບອະນຸຍາດ (ເຊັ່ນ ຕຳຫຼວດ) ຫຼືໃຊ້ໃນສະພາບແວດລ້ອມທີ່ປອດໄພ ແລະໄດ້ຮັບການຄວບຄຸມ (ເຊັ່ນ ສະໜາມຍິງປືນ, ການລ່າສັດເພື່ອສັນທະນາການ).

ຫ້າມໂພສ, ອັບໂຫຼດ, ດາວໂຫຼດ, ຖ່າຍທອດສົດ ຫຼື ແຊ: 

  • ເນື້ອຫາທີ່ສະແດງໃຫ້ເຫັນອາວຸດ, ອຸປະກອນປະກອບອາວຸດປືນ, ກະສຸນ ຫຼືອາວຸດທີ່ເປັນວັດຖຸລະເບີດ
  • ເນື້ອຫາທີ່ສະເໜີຊື້, ຂາຍ, ແລກປ່ຽນ ຫຼືຊັກຊວນໃຫ້ໃຊ້ອາວຸດ, ອຸປະກອນປະກອບອາວຸດປືນ, ກະສຸນ, ອາວຸດທີ່ເປັນວັດຖຸລະເບີດ ຫຼື ຄຳແນະນຳໃນການຜະລິດອາວຸດ

ຢາເສບຕິດ, ສານຄວບຄຸມ, ແອກໍຮໍ ແລະຢາສູບ

ພວກເຮົາບໍ່ອະນຸຍາດໃຫ້ມີການບັນຍາຍ, ການສົ່ງເສີມ ຫຼືການແລກປ່ຽນຢາເສບຕີດ ຫຼືສານຄວບຄຸມອື່ນໆ. ການຊື້ຂາຍແລກປ່ຽນຢາສູບແລະແອກໍຮໍກໍ່ເປັນການກະທຳຕ້ອງຫ້າມໃນແພັດຟອມດ້ວຍເຊັ່ນກັນ.

ຫ້າມໂພສ, ອັບໂຫຼດ, ດາວໂຫຼດ, ຖ່າຍທອດສົດ ຫຼື ແຊ:

  • ເນື້ອຫາທີ່ບັນຍາຍ ຫຼື ສົ່ງເສີມຍາເສບຕິດ, ການເສບຍາ ຫຼື ການຊຸກຍູ້ໃຫ້ບຸກຄົນອື່ນເຮັດ, ໃຊ້ ຫຼື ແລກປ່ຽນຍາເສບຕິດຫຼືສານຄວບຄຸມ
  • ເນີ້ອຫາທີ່ສະເໜີຊື້, ຂາຍ, ແລກປ່ຽນ ຫຼືຊັກຊວນກ່ຽວກັບຢາເສບຕິດ ຫຼືສານຄວບຄຸມອື່ນ, ແອກໍຮໍ ຫຼືຜະລິດຕະພັນຢາສູບ (ລວມທັງຜະລິດຕະພັນຢາສູບໄອລະເຫີຍ, ຜະລິດຕະພັນຢາສູບໄຮ້ຄວັນ ຫຼືແບບໃຊ້ອັອກຊິເຈນເຜົາໃໝ້, ຜະລິດຕະພັນນິໂຄຕິນສັງເຄາະ, ຢາສູບໄຟຟ້າ ແລະ ຜະລິດຕະພັນ ENDS [Electronic Nicotine Delivery Systems])
  • ເນື້ອຫາທີ່ໃຫ້ຂໍ້ມູນກ່ຽວກັບວິທີຊື້ຢາເສບຕິດຫຼືສານຄວບຄຸມ
  • ເນື້ອຫາທີ່ບັນຍາຍ ຫຼືສົ່ງເສີມການໃຊ້ຢາທີ່ຖືກກົດໝາຍໃນທາງທີ່ຜິດ ຫຼື ຄຳແນະນຳໃນການເຮັດຢາເສບຕິດເອງໃນເຮືອນ ເພື່ອໃຫ້ເກີດອາການມຶນເມົາ

 ການສໍ້ໂກງແລະການສະແກມ

ພວກເຮົາບໍ່ອະນຸຍາດໃຫ້ບຸກຄົນໃດໜຶ່ງຫາປະໂຫຍດຈາກແພັດຟອມຂອງພວກເຮົາ ເພື່ອຫາປະໂຫຍດຈາກຄວາມໄວ້ວາງໃຈຂອງຜູ້ຊົມໃຊ້ ແລະເຮັດໃຫ້ເກີດຄວາມເສຍຫາຍດ້ານການເງິນແລະຕໍ່ບຸກຄົນ. ພວກເຮົາຈະລົບເນື້ອຫາທີ່ຫຼອກລວງຜູ້ຄົນເພື່ອໃຫ້ໄດ້ຮັບຜົນປະໂຫຍດທາງການເງິນ ຫຼືຜົນປະໂຫຍດສ່ວນຕົວໂດຍຜິດກົດໝາຍ ລວມທັງແຜນຫຼອກລວງບຸກຄົນຫຼືເພື່ອລັກເອົາຊັບສິນ

ຫ້າມໂພສ, ອັບໂຫຼດ, ດາວໂຫຼດ, ຖ່າຍທອດສົດ ຫຼື ແຊ:

  • ເນື້ອຫຼາທີ່ສົ່ງເສີມການຫຼອກລວງທາງອິນເຕີເນັດ 
  • ເນີ້ອຫາທີ່ສົ່ງເສີມແຊລູກໂຊ່, ການຕະຫຼາດຫຼາຍລະດັບ ຫຼືແຜນການຕະຫຼາດປີຣາມິດ
  • ເນື້ອຫາທີ່ສົ່ງເສີມແຜນການລົງທຶນທີ່ສັນຍາວ່າຈະໃຫ້ຜົນຕອບແທນສູງ, ການພະນັນທີ່ຈ່າຍເງິນຊະນະພະນັນດ້ວຍຈຳນວນຄົງທີ່ ຫຼື ການຫຼອກລວງປະເພດອື່ນ

ການພະນັນ

ພວກເຮົາບໍ່ອະນຸຍາດໃຫ້ມີເນື້ອຫາທີ່ສົ່ງເສີມບໍລິການດ້ານການພະນັນ ຫຼືສິ່ງທີ່ເຫັນໄດ້ວ່າເປັນການໂຄສະນາຄາສິໂນ, ການພະນັນຜົນການແຂ່ງກີລາ ຫຼືກິດຈະກຳການພະນັນແບບພານິດ.

ຫ້າມໂພສ, ອັບໂຫຼດ, ດາວໂຫຼດ, ຖ່າຍທອດສົດ ຫຼື ແຊ:

  • ເນື້ອຫາທີ່ເປັນການສົ່ງເສີມຄາສິໂນ, ການພະນັນຜົນການແຂ່ງກີລາ, ໂປັກເກີ້, ລົດຕາລີ, ຊອບແວ ຫຼືແອັບທີ່ກ່ຽວຂ້ອງກັບການພະນັນ ຫຼືບໍລິການອື່ນໆ ດ້ານການພະນັນ

ຄວາມເປັນສ່ວນຕົວ, ຂໍ້ມູນສ່ວນບຸກຄົນ ແລະຂໍ້ມູນທີ່ລະບຸຕົວຕົນໄດ້ (PII)

ພວກເຮົາບໍ່ອະນຸຍາດໃຫ້ມີເນື້ອຫາທີ່ລະເມີດຂໍ້ມູນສ່ວນຕົວທີ່ເປັນຄວາມລັບ ຫຼື ຂໍ້ມູນທີ່ລະບຸຕົວຕົນໄດ້ (ເຊັ່ນ ຂໍ້ມູນປະກັນສັງຄົມ, ເບີໂທລະສັບ, ທີ່ຢູ່). ພວກເຮົາຈະລົບເນື້ອຫາທີ່ບັນຍາຍຂໍ້ມູນສ່ວນບຸກຄົນ ຫຼື ຂໍ້ມູນທີ່ລະບຸຕົວຕົນໄດ້ (PII) ໄດ້ອອກຈາກແພັດຟອມ.

ຫ້າມໂພສ, ອັບໂຫຼດ, ດາວໂຫຼດ, ຖ່າຍທອດສົດ ຫຼື ແຊ:

  • ເນື້ອຫາທີ່ມີຂໍ້ມູນສ່ວນບຸກຄົນ ຫຼື ຂໍ້ມູນທີ່ລະບຸຕົວຕົນໄດ້ (PII)

 

ຄວາມຮຸນແຮງ ແລະ ເນື້ອຫາທີ່ເປັນຮູບພາບຮຸນແຮງ

ຕິກຕັອກແມ່ນແພັດຟອມທີ່ສັນລະເສີນຄວາມຄິດສ້າງສັນ ແຕ່ບໍ່ສັນລະເສີນຄ່ານິຍົມທີ່ໜ້າຕົກໃຈຫຼືຄວາມຮຸນແຮງ. ພວກເຮົາບໍ່ອະນຸຍາດໃຫ້ມີເນື້ອຫາທີ່ເຮັດໃຫ້ຕົກໃຈ, ສະແດງຮຸນແຮງ, ຊາດິດ ຫຼືໜ້າສະຫຍົດສະຫຍອງ ຫຼືທີ່ສົ່ງເສີມ, ເຮັດໃຫ້ເຫັນວ່າເປັນເລື່ອງປົກກະຕິ ຫຼື ເຊີດຊູຄວາມຮຸນແຮງຢ່າງຫຼວງຫຼາຍ ຫຼືຄວາມທຸກທໍລະມານໃນແພັດຟອມຂອງພວກເຮົາ. ເມື່ອມີການຂົ່ມຂູ່ກ່ຽວກັບຄວາມປອດໄພຂອງສາທາລະນະ ພວກເຮົາຈະຫ້າມການໃຊ້ບັນຊີ ແລະເມື່ອໄດ້ຮັບການຮັບຮອງ ພວກເຮົາຈະລາຍງານໃຫ້ແກ່ເຈົ້າໜ້າທີ່ດ້ານກົດໝາຍທີ່ກ່ຽວຂ້ອງ.

ຫ້າມໂພສ, ອັບໂຫຼດ, ດາວໂຫຼດ, ຖ່າຍທອດສົດ ຫຼື ແຊ:

  • ເນື້ອຫາກ່ຽວກັບມະນຸດທີ່ບັນຍາຍໃຫ້ເຫັນ:
    • ການຕາຍ ຫຼື ອຸບັດຕິເຫດທີ່ຮຸນແຮງ
    • ຊາກສົບຄົນທີ່ຖືກຕັດອະໄວຍະວະ, ແຂນຂາຖືກຕັດຂາດ, ໄໝ້ດຳ ຫຼື ຖືກເຜົາ
    • ເລືອດເຊິ່ງມີບາດແຜເປີດ ຫຼືມຸ່ງເນ້ນໃຫ້ເຫັນການບາດເຈັບເປັນຫຼັກ
    • ຄວາມຮຸນແຮງ, ການຕໍ່ສູ້ ຫຼືການທໍລະມານທີ່ເກີດຂຶ້ນຈິງ
  • ເນື້ອຫາກ່ຽວກັບສັດທີ່ບັນຍາຍໃຫ້ເຫັນ:
    • ການຂ້າ ຫຼື ການຕາຍຂອງສັດທີ່ບໍ່ໄດ້ຕາຍຈາກສາເຫດທຳມະຊາດ
    • ຊາກສັດຕາຍທີ່ຖືກຕັດອະໄວຍະວະ, ແຂນຂາຖືກຕັດຂາດ, ໄໝ້ດຳ ຫຼື ຖືກເຜົາ
    • ການທາລຸນສັດ ແລະເລືອດ

 

ລິຂະສິດ ແລະການລະເມີດເຄື່ອງໝາຍການຄ້າ

ລິຂະສິດເປັນສິດທິທາງກົດໝາຍທີ່ຄຸ້ມຄອງຜົນງານຕັ້ນສະບັບຂອງຜູ້ຂຽນ (ເຊັ່ນ ເພງ, ວີດີໂອ) ແລະການສະແດງອອກເຖິງແນວຄວາມຄິດຕັ້ນສະບັບ (ເຊັ່ນ ວິທີການສະເພາະທີ່ວີດີໂອ ຫຼືດົນຕີໄດ້ຮັບການສະແດງອອກ ຫຼືຖືກສ້າງຂຶ້ນມາ), ເຖິງແມ່ນວ່າລິຂະສິດບໍ່ໄດ້ຄຸ້ມຄອງແນວຄວາມຄິດຫຼືຄວາມຈິງທີ່ແຝງຢູ່. ເຄື່ອງໝາຍການຄ້າແມ່ນຄຳເວົ້າ, ສັນຍາລັກ, ສະໂລແກນ ຫຼືການອອກແບບທີ່ລະບຸ ແລະຈຳແນກແຫຼ່ງທີ່ມາຂອງຜະລິດຕະພັນຫຼືບໍລິການ. ພວກເຮົາ ສະໜັບສະໜູນໃຫ້ທຸກຄົນສ້າງແລະແຊເນື້ອຫາຕັ້ນສະບັບ. ເນື້ອຫາທີ່ລະເມີດສິດທິໃນຊັບສິນທາງປັນຍາຂອງບຸກຄົນອື່ນແມ່ນຖືກຫ້ານໃນແພັດຟອມຂອງພວກເຮົາ ແລະຈະຖືກລົບອອກຖ້າພວກເຮົາຮູ້ເລື່ອງນີ້. ການໃຊ້ຜົນງານທີ່ມີລິຂະສິດພາຍໃຕ້ສະຖານະການບາງຢ່າງ ເຊັ່ນ ຫຼັກການນຳໃຊ້ທີ່ຍຸຕິທຳ ຫຼື ກົດໝາຍທີ່ກ່ຽວຂ້ອງ ຫຼື ການນຳໃຊ້ເຄື່ອງໝາຍການຄ້າເພື່ອອ້າງອີງ, ຄຳຄິດເຫັນທີ່ຖືກກົດໝາຍ, ການວິຈານ, ການລໍ້ຮຽນ, ການເຮັດແຟນເພດ ຫຼືການຮີວິວຜະລິດຕະພັນຫຼືບໍລິການ ອາດຈະບໍ່ຖືວ່າເປັນການລະເມີດນະໂຍບາຍຂອງພວກເຮົາ.

ຫ້າມໂພສ, ອັບໂຫຼດ, ດາວໂຫຼດ, ຖ່າຍທອດສົດ ຫຼື ແຊ:

  • ເນື້ອຫາທີ່ລະເມີດສິດທິໃນລິຂະສິດ, ເຄື່ອງໝາຍການຄ້າ ຫຼື ຊັບສິນທາງປັນຍາຂອງບຸກຄົນອື່ນ

 

ຄວາມປອດໄພຂອງແພັດຟອມ 

ສິ່ງທີ່ຕິກຕັອກໃຫ້ຄວາມສຳຄັນສູງສຸດແມ່ນຄວາມປອດໄພ ແລະ ຄວາມໝັ້ນຄົງຂອງຜູ້ຊົມໃຊ້, ຜູ້ສ້າງສັນ, ພັນທະມິດທາງທຸລະກິດ, ຜູ້ຂາຍ ແລະຂໍ້ມູນຂອງພະນັກງານຂອງພວກເຮົາ ລວມທັງຂໍ້ມູນສ່ວນບຸກຄົນຂອງເຂົາເຈົ້າ, ບັນຊີ, ໂປຟາຍ, ເນື້ອຫາ ແລະຂໍ້ມູນອື່ນໆທີ່ມີລິຂະສິດ ລວມທັງຜະລິດຕະພັນແລະບໍລິການຂອງພວກເຮົາ. ພວກເຮົາບໍ່ອະນຸຍາດໃຫ້ມີການເຂົ້າເຖິງແພັດຟອມຕິກຕັອກ ເຊິ່ງລວມທັງເວັບໄຊຂອງພວກເຮົາ, ແອັບ, ເຄືອຂ່າຍ ແລະໂຄງສ້າງພື້ນຖານທີ່ກ່ຽວກຂ້ອງ ຫຼື ເຄືອຂ່າຍຕ່າງໆ ຜ່ານວິທີການທີ່ບໍ່ໄດ້ຮັບອະນຸຍາດ ຫຼື ເພື່ອເອົາຂໍ້ມູນທາງການຄ້າທີ່ອ່ອນໄຫວທີ່ເປັນຄວາມລັບ ຫຼື ຂໍ້ມູນສ່ວນບຸກຄົນ. ຄວາມພະຍາຍາມໃດໆທີ່ຈະທຳລາຍ ຫຼື ລະເມີດຄວາມໝັ້ນຄົງ, ຄວາມສົມບູນ ຫຼື ຄວາມໜ້າເຊື່ອຖືຂອງແພັດຟອມ, ຜະລິດຕະພັນແລະບໍລິການຂອງພວກເຮົາແມ່ນເປ້ນຂໍ້ຫ້າມຢ່າງຈະແຈ້ງ.

ຫ້າມ:

  • ພະຍາຍາມເຂົ້າເຖິງແພັດຟອມຕິກຕັອກໃນລັກສະນະທີ່ບໍ່ໄດ້ຮັບອະນຸຍາດ ແລະຫ້າມສ້າງແພັດຟອມ ຫຼື ເວີຊັນຕິກຕັອກປອມ ຫຼື ທີ່ເຮັດໃຫ້ເຂົ້າໃຈຜິດ
  • ສ້າງ ຫຼື ເຜີຍແຜ່ໄຟລ໌, ເນື້ອຫາ ຫຼື ຂ້ອຄວາມທີ່ເປັນອັນຕະລາຍ ທີ່ມີໄວຮັສ, ມ້າໂທຈັນ, worms, ລະເບີດຕັກກະ, ຫຼື ວັດຖຸອື່ນທີ່ອາດຈະເປັນອັນຕະລາຍຕໍ່ຊຸມຊົນ ຫຼື ແພັດຟອມ
  • ການໃຊ້ສະຄຮິບອັດຕະໂນມັດ, ການລວບລວມຂໍ້ມູນທາງເວັບ, ຊອບແວ, ເຕັກນິກທີ່ເປັນການຫຼອກລວງ, ຫຼື ວິທີອື່ນໃດໃນການພະຍາຍາມທີ່ຈະໄດ້ຮັບ, ໄດ້ມາ, ຫຼື ຮ້ອງຂໍຂໍ້ມູນການເຂົ້າລະບົບ ຫຼື ຂໍ້ມູນອ່ອນໄຫວອື່ນໆ ລວມທັງຂໍ້ມູນທີ່ບໍ່ເປັນສາທາລະນະຈາກຕິກຕັອກ ຫຼື ຜູ້ຊົມໃຊ້
  • ນຳໃຊ້ບັນຊີຕິກຕັອກ ພາຍໃຕ້ການປອມແປງ ຫຼື ການສໍ້ໂກງເພື່ອເຜີຍແຜ່ສະແປມ, ການຫຼອກລວງທາງອິນເຕີເນັດ ຫຼື ເນື້ອຫາຫຼອກລວງທາງຂໍ້ຄວາມເພື່ອຈະພະຍາຍາມກະທຳຜິດທາງອິນເຕີເນັດ ຫຼື ໄດ້ຮັບການເຂົ້າເຖິງເນື້ອຫາ, ບັນຊີ, ລະບົບ ຫຼື ຂໍ້ມູນຂອງບຸກຄົນອື່ນໂດຍບໍ່ໄດ້ຮັບອະນຸຍາດ
  • ແກ້ໄຂ, ປັບປ່ຽນ, ແປ, ຖອດລະຫັດໂປແກມ, ຖອດປະກອບ, ແປກັບໂປແກມ ຫຼື ສ້າງຜະລິດຕະພັນອະນຸພັນ ອີງຕາມຕິກຕັອກ ລວມທັງໄຟລ໌ໃດໆ, ຕາຕະລາງ ຫຼື ການເອກະສານຕ່າງໆ, ຫຼື ພະຍາຍາມທີ່ຈະສ້າງຊອສໂຄ້ດໃດໆຂຶ້ນໃໝ່, ສູດການຄິດໄລ່, ວິທີການ ຫຼື ເຕັກນິກ ທີ່ຝັງຢູ່ໃນຕິກຕັອກ
  • ໃຫ້ການເຂົ້າເຖິງຂໍ້ມູນເຂົ້າລະບົບເພື່ອເຂົ້າໃນບັນຊີຂອງທ່ານແກ່ບຸກຄົນອື່ນ ຫຼື ເຮັດໃຫ້ບຸກຄົນສາມາດດຳເນີນກິດຈະກຳທີ່ເຮັດໃຫ້ເກີດຄວາມເສຍຫາຍຕໍ່ແນວທາງປະຕິບັດສຳລັບຊຸມຊົນຂອງພວກເຮົາ
  • ກົດທີ່ລີ້ງໜ້າສົງໄສ ຫຼື ເຂົ້າຮ່ວມໃນການຮ້ອງຂໍຊໍ້ມູນກ່ຽວກັບລາຍລະອຽດໃນບັນຊີຕິກຕັອກ, ລະຫັດຜ່ານ, ຄຸນສົມບັດໃນການຢັ້ງຢືນ, ຂໍ້ມູນທາງການເງິນ ຫຼື ຂໍ້ມູນສ່ວນບຸກຄົນອື່ນໆຂອງທ່ານ


ບໍ່ມີສິດສຳລັບຟີດຟໍຍູ

ເປົ້າໝາຍຂອງ For You feed (FYF) ແມ່ນເພື່ອສະໜອງເນື້ອຫາຕົ້ນສະບັບທີ່ໃຫ້ກຽດແກ່ພາລະກິດໃນການສ້າງແຮງບັນດານໃຈໃນການສ້າງສັນ ແລະການນຳຄວາມສຸກມາສູ່ຊຸມຊົນທີ່ຫຼາກຫຼາຍຂອງພວກເຮົາທົ່ວໂລກ. FYF ຂອງເຈົ້າຂອງບັນຊີແຕ່ລະຄົນແມ່ນ ອີງຕາມລະບົບການແນະນຳທີ່ເປັນລັກສະນະສະເພາະສ່ວນບຸກຄົນ ລະບົບການແນະນຳຂອງພວກເຮົາໄດ້ຮັບການອອກແບບດ້ວຍການພິຈາລະນາຄວາມປອດໄພຂອງຜູ້ຊົມໃຊ້ເປັນອັນດັບທຳອິດ ໝາຍຄວາມວ່າເນື້ອຫາບາງຢ່າງອາດຈະບໍ່ມີສິດໄດ້ຮັບການແນະນຳ. ໃນຂະນະທີ່ຄວາມເປັນເອກະລັກຂອງ FYF ທີ່ເກີດຂຶ້ນເອງແມ່ນສິ່ງທີ່ເຮັດໃຫ້ຕິກຕັອກເປັນເອກະລັກ, FYF ມີຈຸດປະສົງເພື່ອໃຫ້ຜູ້ຊົມທົ່ວໄປ ທີ່ລວມເຖິງທຸກຄົນ ຕັ້ງແຕ່ຜູ້ຊົມໃຊ້ທີ່ເປັນໄວລຸ້ນ ຈົນເຖິງພໍ່ເຖົ້າແມ່ເຖົ້າ. ພວກເຮົາພິຈາລະນາຄວາມຫຼາກຫຼາຍຂອງຜູ້ຊົມຂອງພວກເຮົາເມື່ອຕັດສິນໃຈວ່າເນື້ອຫາທີ່ມີສິດໃນການສົ່ງເສີມສູດການຄິດໄລ່ໃນແພັດຟອມຈະເປັນແນວໃດ. ໃນກໍລະນີທີ່ມັນບໍ່ໄດ້ລະເມີດກົດໝາຍທ້ອງຖິ່ນ ເນື້ອຫາຕໍ່ໄປນີ້ອາດຈະໄດ້ຮັບອະນຸຍາດໃນແພັດຟອມຂອງເພວກເຮົາ, ສາມາດຄົ້ນຫາໄດ້ ແລະສາມາດເບີ່ງໄດ້ໃນຟີດຕໍ່ໄປນີ້ ແຕ່ບໍ່ມີສິດໄດ້ຮັບການແນະນຳ.

ຄວາມປອດໄພຂອງເຍົາວະຊົນ

ການຕັດສິນໃຈຂອງເຍົາວະຊົນ ແລະຕົວຕົນຂອງເຂົາເຈົ້າຈະເປັນຜູ້ໃຫຍ່ເມື່ອເຂົາເຈົ້າເຕີບໃຫຍ່ຂຶ້ນ. ເພື່ອສະໜອງໃຫ້ໄວລຸ້ນໄດ້ມີພື້ນທີ່ເພີ່ມເຕີມສຳລັບການສຳຫຼວດຕົວຕົນ ແລະການສະແດງອອກໃນພື້ນທີ່ດິຈິຕອນ, ເນື້ອຫາທີ່ຜູ້ຊົມໃຊ້ ອາຍຸຕ່ຳກວ່າ 16 ປີອັບໂຫຼດແມ່ນບໍ່ມີສິດໄດ້ຮັບການແນະນຳ. ພວກເຮົາພະຍາຍາມຊຸກຍູ້ການພັດທະນາສຸຂະພາບໃນທຸກໄວ. ການສົ່ງເສີມການຜ່າຕັດສັນຍະກຳໃຫ້ແກ່ເຍົາວະຊົນອາດຈະເຮັດໃຫ້ເກິດອັດຕາຄວາມບໍ່ພໍໃຈໃນຮູບຮ່າງກາຍສູງຂຶ້ນ. ສະນັ້ນ ເນື້ອຫາດັ່ງກ່າວ ລວມທັງວີດີໂອກ່ອນແລະຫຼັງ, ວີດີໂອຂັ້ນຕອນການຜ່າຕັດສັນຍະກຳ ແລະຂໍ້ຄວາມທີ່ສົນທະນາກ່ຽວກັບການຜ່າຕັດສັນຍະກຳທີ່ເປັນການເລືອກເຮັດທີ່ບໍ່ມີຄຳເຕືອນກ່ຽວກັບຄວາມສ່ຽງແມ່ນບໍ່ມີສິດໄດ້ຮັບ FYF ຂອງຜູ້ຊົມໃຊ້ທັງໝົດທີ່ອາຍຸຕ່ຳກວ່າ 18 ປີ. 

ການສະແດງໂລດໂຜນ ແລະກີລາທີ່ເປັນອັນຕະລາຍ

ກິດຈະກຳບາງຢ່າງເຮັດໃຫ້ເກີດຄວາມສ່ຽງຫຼືອັນຕະລາຍໄດ້ເມື່ອເຮັດຮຽນແບບໂດຍບໍ່ມີການລະມັດລະວັງເລື່ອງຄວາມປອດໄພ ເຊິ່ງອາດຈະເຮັດໃຫ້ເກີດອັນຕະລາຍທາງຮ່າງກາຍໄດ້. ເນື້ອຫາທີ່ລວມເຖິງການສະແດງໂລດໂຜນທີ່ອັນຕະລາຍ ຫຼື ກີລາທີ່ຮຸນແຮງທີ່ເຮັດໂດຍບຸກຄົນທີ່ບໍ່ເປັນມືອາຊີບ ອາດຈະບໍ່ມີສິດໄດ້ຮັບການແນະນຳ. (ພວກເຮົາຈະລົບເນື້ອຫາທີ່ບັນຍາຍການກະທຳທີ່ເປັນອັນຕະລາຍ ແລະການທ້າທາຍທີ່ເຮັດໂດຍບຸກຄົນທີ່ບໍ່ເປັນມືອາຊີບ ເຊີ່ງອາດຈະເຮັດໃຫ້ເກີດການບາດເຈັບຮຸນແຮງ ຫຼື ການເສຍຊີວິດຂອງຜູ້ຊົມໃຊ້ ຫຼື ຂອງປະຊາຂົນ).

ເນື້ອຫາທາງເພດຫຼາຍເກີນໄປ

ພວກເຮົາເອົາໃຈໃສ່ວ່າເນື້ອຫາທັງໝົດບໍ່ແມ່ນເນື້້ອຫາທີ່ເໝາະສົມກັບຜູ້ຊົມໃຊ້ທຸກຄົນ (ໂດຍສະເພາະເດັກຍິງໄວລຸ້ນ) ແລະ/ຫຼື ອາດຈະບໍ່ເໝາະສົມທາງດ້ານວັດທະນະທຳໃນບາງຂົງເຂດ. ເພື່ອຮັກສາໃຫ້ຜູ້ຊົມໃຊ້ມີປະສົບການທີ່ສະດວກສະບາຍໃຈແລະເໝາະສົມກັບທຸກໄວ ເນື້ອຫາທີ່ຊັກຊວນທາງເພດຫຼາຍເກີນໄປອາດຈະບໍ່ມີສິດໄດ້ຮັບການແນະນຳ. ເນື້ອຫານີ້ລວມເຖິງການບົ່ງບອກວ່າໂປ້ເປືອຍ, ການຮ່ວມເພດກັບອະໄວຍະວະໃນຮ່າງກາຍ ຫຼື ກ່ຽວກັບທາງເພດ ຫຼື ກະຕຸ້ນອາລົມທາງເພດ ຫຼື ໝົກມຸ່ນທາງເພດຢ່າງຈະແຈ້ງ (ເຊັ່ນ ການເຕັ້ນແກ້ຜ້າ).

ຜະລິດຕະພັນຢາສູບແລະແອກໍຮໍ

ຕິກຕັອກມີຄວາມຕັ້ງໃຈຢ່າງເລິກເຊິ່ງໃນການປົກປ້ອງຄວາມປອດໄພຂອງເຍົາວະຊົນໃນແພັດຟອມຂອງພວກເຮົາ. ເນື້ອຫາທີ່ສົ່ງເສີມ, ກ່າວເຖິງ ຫຼື ບັນຍາຍກ່ຽວກັບຜະລິດຕະພັນແອກໍຮໍທີ່ດື່ມໂດຍບຸກຄົນທີ່ມີອາຍຸຄົບເກນທີ່ສາມາດດື່ມໄດ້ ແຕ່ເຮັດດ້ວຍວິທີທີ່ເປັນອັນຕະລາຍອາດຈະບໍ່ມີສິດໄດ້ຮັບການແນະນຳ. ເນື້ອຫາທີ່ບັນຍາຍການໃຊ້ຜະລິດຕະພັນຢາສູບໂດຍຜູ້ໃຫຍ່  ຫຼືການກ່າວເຖິງສານເສບຕິດບໍ່ມີສິດໄດ້ຮັບການແນະນຳ. ໂປດຈື່ຈຳໄວ້ວ່າ ເນື້ອຫາທີ່ແນະນຳ, ບັນຍາຍ, ຮຽນແບບ, ຫຼື ສົ່ງເສີມການຄອບຄອງ ຫຼື ການບໍລິໂພກເຄື່ອງດື່ມແອກໍຮໍ, ຢາສູບ, ຫຼື ຢາເສບຕິດໂດຍຜູ້ເຍົາແມ່ນຕ້ອງຫ້າມ. ເນື້ອຫາທີ່ສະເໜີໃຫ້ຄຳແນະນຳທີ່ແນເປົ້າໝາຍໃສ່ຜູ້ເຍົາກ່ຽວກັບວີທີການຊື້, ຂາຍ ຫຼືແລກປ່ຽນແອກໍຮໍ, ຢາສູບ, ຫຼື ສານເສບຕິດ ແມ່ນຕ້ອງຫ້າມ ຕາມແນວທາງປະຕິບັດສຳລັບຊຸມຊົນຂອງພວກເຮົາດ້ວຍເຊັ່ນກັນ.

ຄວາມຮຸນແຮງແລະເນື້ອຫາທີ່ຮຸນແຮງ

ຊຸມຊົນຂອງພວກເຮົາສັນລະເສີນຄວາມຄິດສ້າງສັນ ແຕ່ຕົກໃຈກັບຄຸນຄ່າທີ່ບໍ່ເປັນສິ່ງທີ່ທຸກຄົນມັກ. ເນື້ອຫາທີ່ສາມາດກໍ່ໃຫ້ເກີດຄວາມບໍ່ສະບາຍໃຈ, ຕົກໃຈ ຫຼືໜ້າລັງກຽດສຳລັບຜູ້ຊົມອາດຈະບໍ່ມີສິດໃນການ FYF ລວມທັງເອຟເຟັກທີ່ໜ້າຢ້ານກົວ, ການໂດດເພື່ອເຮັດໃຫ້ຕົກໃຈ, ການແຕ່ງໜ້າທີ່ຮຽນແບບບາດແຜທີ່ໜ້າສະຫຍອງຂວັນຄ້າຍຄືຂອງຈິງ ຫຼື ການບັນຍາຍການເຮັດງານຂອງຮ່າງກາຍ. ພວກເຮົາບໍ່ອະນຸຍາດຄວາມຮຸນແຮງແລະເນື້ອຫາທີ່ຮຸນແຮງ ສ່ວນຫຼາຍໃນຕິກຕັອກ; ເຖິງຢ່າງໃດກໍ່ຕາມ ໃນບາງສະຖານະການ ພວກເຮົາອາດຈະລົບເນື້ອຫາໃນປະເພດນີ້ອອກ ເຊັ່ນ ການບັນຍາຍການຕາຍທີ່ໜ້າສະຫຍອງຂວັນ, ອຸບັດຕິເຫດ ຫຼື ການຕໍ່ສູ້ເມື່ອມີການຈົດບັນທຶກເຫດການທີ່ເກີດຂຶ້ນຈິງ ແລະເປັນທີ່ສົນໃຈຂອງສາທາລະນະ. ເນື່ອງຈາກເນື້ອຫານີ້ບໍ່ເໝາະສົມສຳລັບຜູ້ຊົມທຸກຄົນ ເນື້ອຫານີ້ຈະບໍ່ມີສິດໃນການໄດ້ຮັບການແນະນຳ ແລະເນື້ອຫານີ້ຈະຖືກລວມເຂົ້າໃນໜ້າຈໍ “ເລືອກເຂົ້າຮ່ວມ” ຫຼື ຈະໄດ້ຮັບຄຳເຕືອນ”.

ເນື້ອຫາສະແປມ, ບໍ່ແທ້ຈິງ ຫຼື ເນື້ອຫາທີ່ເຮັດໃຫ້ເຂົ້າໃຈຜິດ

ພວກເຮົາເຫັນຄຸນຄ່າຂອງເນື້ອຫາທີ່ແທ້ຈິງແລະຖືກຕ້ອງ. ພວກເຮົາເຮັດໃຫ້ມັນບໍ່ສາມາດນຳໃຊ້ໃນການ FYF ສຳລັບເນື້ອຫາໃດໆທີ່ຫຼອກລວງຫຼືເຮັດໃຫ້ຜູ້ຊົມໃຊ້ ສັບສົນ ເພື່ອເພີ່ມຜູ້ຕິດຕາມ, ຍອດໄລ້, ຍອດວິວ ຫຼືຕົວວັດການມີສ່ວນຮ່ວມອື່ນໃນແພັດຟອມທີ່ບໍ່ເປັນຈິງ ລວມທັງ follow-to-follow, like-to-like, ແລະການເຮັດໃຫ້ຜູ້ຊົມໃຊ້ເຂົ້າໃຈຜິດຫຼືສັບສົນເພື່ອໃຫ້ເຂົາເຈົ້າກົດ ປຸ່ມໄລ້ ຫຼື ປຸ່ມແຊ. ເນື້ອຫາທີ່ເປັນການສົມຄົບຄິດທີຄັດຄ້ານກັບຄວາມເຊື່ອທີ່ຍອມຮັບໄດ້ທົ່ວໄປ ແລະເນື້ອຫາທີ່ປະນາມກຸ່ມຫຼືອົງກອນ (ແທນທີ່ຈະປະນາມບຸກຄົນທີ່ມີຊີວິດ) ຫຼືເນື້ອຫາທີ່ລວມເຖິງການເຮັດໃຫ້ເຂົ້າໃຈຜິດທີ່ອາດຈະເກີດຂຶ້ນໄດ້ ແລະເນື້ອຫາທີ່ເປັນອັນຕະລາຍກ່ຽວກັບເຫດການໃນປະຈຸບັນ, ເຫດການທີ່ຍັງບໍ່ຈົບລົງທີ່ລາຍລະອຽດຍັງດຳເນີນຕໍ່ຢູ່ກໍ່ເປັນເນື້ອຫາທີ່ບໍ່ມີສິດໃນການໄດ້ຮັບຄຳແນະນຳ.

ເນື້ອຫາທີ່ບໍ່ແມ່ນຕົ້ນສະບັບ, ເນື້ອຫາຄຸນນະພາບຕ່ຳ ແລະ ເນື້ອຫາທີ່ມີລະຫັດ QR

ເນື້ອຫາຕົ້ນສະບັບແລະເນື້ອຫາທີ່ເປັນຄວາມບັນເທີງປະກອບສ່ວນເປັນຫຼັກສຳຄັນຂອງຊຸມຊົນໃນຕິກຕັອກ. ເພື່ອຮັກສາປະສົບການທາງບວກທີ່ຜູ້ຊົມໃຊ້ ຂອງພວກເຮົາຄາດຫວັງຈາກແພັດຟອມຕິກຕັອກ ເນື້ອຫາທີ່ບໍ່ແມ່ນຕົ້ນສະບັບ ແລະເນື້ອຫາຄຸນນະພາບຕ່ຳບໍ່ມີສິດໄດ້ຮັບການແນະນຳ. ພວກເຮົາພິຈາລະນາເນື້ອຫາທີ່ບໍ່ແມ່ນຕົ້ນສະບັບວ່າເປັນເນື້ອຫາທີ່ຖືກນຳເຂົ້າມາ ຫຼືຖືກອັບໂຫຼດຈາກແພັດຟອມຕິກຕັອກ, ແພັດຟອມອື່ນ ຫຼື ຈາກແຫຼ່ງອື່ນ ລວມທັງຈາກໂທລະທັດ, ຮູບເງົາ  ຫຼືຈາກການຖ່າຍທອດ ແລະຜູ້ຊົມໃຊ້ບໍ່ໄດ້ດັດແກ້ໃໝ່ຫຼືສ້າງສັນໃໝ່. ຕົວຊີ້ບອກອັນໜຶ່ງວ່າ ເປັນເນື້ອຫາທີ່ບໍ່ແມ່ນຕົ້ນສະບັບແມ່ນລາຍນ້ຳທີ່ເຫັນໄດ້ຊັດເຈນ ຫຼື ໂລໂກ້ທີ່ເຫັນໄດ້ຊັດເຈນ. ເນື້ອຫາຄຸນນະພາບຕ່ຳລວມເຖິງຄລິບທີ່ສັ້ນຫຼາຍ, ຮູບພາບທີ່ຢູ່ນິ່ງ ແລະວີດີໂອທີ່ເປັນ GIF ສະເພາະ. ປັກກະຕິເນື້ອຫາທີ່ມີລະຫັດ QR ຈະບໍ່ມີສິດສຳລັບການ FYF ເພາະວ່າມັນສາມາດນຳຜູ້ຊົມໃຊ້ໄປສູ່ເວັບໄຊຫຼືແອັບທີ່ເປັນອັນຕະລາຍ, ເຖິງແມ່ນວ່າພວກເຮົາຈະຍົກເວັ້ນໃນບາງກໍລະນີທີ່ມີຄວາມສ່ຽງຕ່ຳ (ເຊັ່ນ ການຄ້າທາງອອນລາຍ).

--------------------------------------------------------------------------------------------------------------------------

ຂໍຂອບໃຈທີ່ທ່ານເປັນສ່ວນໜຶ່ງຂອງຊຸມຂົນທົ່ວໂລກທີ່ມີຊີວິດຊີວາ ແລະເຮັດວຽກຮ່ວມກັບພວກເຮົາເພື່ອຮັກສາພື້ນທີ່ທີ່ເປັນການຕ້ອນຮັບສຳລັບຜູ້ຊົມໃຊ້ທຸກຄົນ. ຖ້າທ່ານພົບເຫັນເນື້ອຫາຫຼືບັນຊີທີ່ທ່ານເຊື່ອວ່າອາດຈະເປັນການ ລະເມີດແນວທາງປະຕິບັດສຳລັບຊຸມຊົນຂອງພວກເຮົາ ກະລຸນາ ແຈ້ງໃຫ້ພວກເຮົາຊາບ ເພື່ອໃຫ້ພວກເຮົາສາມາດກວດສອບແລະດຳເນີນການທີ່ເໝາະສົມ.