ວິກິພີເດຍ:ເລີ່ມຕົ້ນ

ຈາກ ວິກິພີເດຍ

ວິກິພີເດຍແມ່ນຫຍັງ[ດັດແກ້]

ວິກິພີເດຍແມ່ນສາລານຸກົມເສລີ ເຊິ່ງຜູ້ທີ່ໃຊ້ວິກິພີເດຍຮ່ວມກັນຂຽນ. ວິກິພີເດຍແມ່ນເວັບພິເສດທີ່ອອກແບບມາໃຫ້ການຮ່ວມມືເປັນໄປໂດຍງ່າຍ ເຊິ່ງເອີ້ນວ່າ ວິກິ. ຄົນຫຼາຍຫຼວງພັດທະນາວິກິພີເດຍສະໝ່ຳສະເໝິີ. ການປ່ຽນແປງທັງໝົດຖືກບັນທຶກໄວ້ໃນປະວັດໜ້າແລະໜ້າປັບປຸງຫຼ້າສຸດ. ສຳລັບລາຍລະອຽດເພີ່ມຕື່ມກ່ຽວກັບໂຄງການ ເບິ່ງຢູ່ ກ່ຽວກັບວິກິພີເດຍ.

ຈະຊ່ອຍເຫຼືອໄດ້ແນວໃດ[ດັດແກ້]

  • ຢ່າສູ່ຢ້ານທີ່ຈະດັດແກ້ເດີ — ທຸກຄົນສາມາດດັດແກ້ໄດ້ເກືອບທຸກໜ້າ ແລະເຮົາກໍສະໜັບສະໜູນໃຫ້ທ່ານມີຄວາມກ້າເດີ! ຊອກຫາສິ່ງທີ່ສາມາດພັດທະນາແລະປັບປຸງໃຫ້ດີຂຶ້ນໄດ້ ເຊັ່ນ ການສະກົດ ໄວຍາກອນ ການຂຽນໃໝ່ໃຫ້ອ່ານເຂົ້າໃຈງ່າຍ ການເພີ່ມເນື້ອຫາ ຫຼືການນຳການດັດແກ້ທີ່ບໍ່ສ້າງສັນອອກ. ຄັນທ່ານຕ້ອງການເພີ່ມຂໍ້ເທັດຈິງໃໝ່ ກະລຸນາຫ້າງຫາແຫຼ່ງທີ່ມາຂອງຂໍ້ມູນເພື່ອໃຫ້ສາມາດພິສູດຢືນຢັນຂໍ້ເທັດຈິງນັ້ນໄດ້ ຫຼືສະເໜີຂໍ້ເທັດຈິງໃນໜ້າສົນທະນາຂອງບົດຄວາມ. ປົກກະຕິຄວນສົນທະນາກ່ອນການດັດແກ້ຫົວຂໍ້ເຊິ່ງເປັນທີ່ຖົກຖຽງກັນຢູ່ແລະໜ້າຫຼັກຂອງວິກິພີເດຍ.
  • ພຶງລະລຶກວ່າ – ທ່ານເພວິກິພີເດຍບໍ່ໄດ້ດອກ! ທຸກການດັດແກ້ສາມາດຍ້ອນຄືນ ສ້ອມແປງຫຼືປັບປຸງພາຍຫຼັງໄດ້. ວິກິພີເດຍອະນຸຍາດໃຫ້ມີຂໍ້ບົກພ່ອງ. ດັ່ງນັ້ນ ເຊີນໂລດ. ດັດແກ້ບົດຄວາມແລະຊ່ວຢເຮັດໃຫ້ວິກິພີເດຍເປັນແຫຼ່ງສານສົນເທດທີ່ດີທີ່ສຸດເທິງອິນເທີເນັດກັນເທາະ!
  • ບໍລິຈາກ – ທ່ານສາມາດໃຊ້ວິກິພີເດຍໄດ້ໂດຍບໍ່ເສຍຄ່າບໍລິການ ແຕ່ວິກິພີເດຍພຶ່ງພາການບໍລິຈາກແລະເງິນອຸດໜຸນໃນການໃຫ້ບໍລິການ. ກະລຸນາພິຈາລະນາບໍລິຈາກກາຍລິງກ໌. ບໍລິຈາກ ທາງຊ້າຍມື ເພື່ອຊ່ອຍເຫຼືອຄ່າດຳເນີນການແລະຂະຫຍາຍໂຄງການແດ່ທ້ອນ.

ເປັນຫຍັງທ່ານຄືບໍ່ຊ່ອຍເຮົາເນາະ[ດັດແກ້]

  1. ຄະລິກບ່ອນນີ້ເພື່ອດັດແກ້ໜ້າທົດລອງຂຽນເຊິ່ງແມ່ນໜ້າສຳລັບທົດລອງດັດແກ້ (ຄັນມີຂໍ້ຄວາມຢູ່ແລ້ວ ໃຫ້ເພີ່ມພິມຕໍ່ທ້າຍຂໍ້ຄວາມເດີມ).
  2. ພິມຂໍ້ຄວາມຕາມຕ້ອງການ.
  3. ກົດປຸ່ມ ລອງເບິ່ງຜົນ ເພື່ອທົດສອບຜົນລັບການດັດແກ້. ຄັນທ່ານພໍໃຈແລ້ວ ຄ່ອຍກົດປຸ່ມ ບັນທຶກ.

ຈົບ.